Twenty Twenty-Two
ຖືກສ້າງຂຶ້ນບົນຮາກຖານການອອກແບບທີ່ໝັ້ນຄົງ, Twenty Twenty-Two ຍຶດໝັ້ນໃນແນວຄິດທີ່ວ່າທຸກຄົນຄວນມີເວັບໄຊທີ່ເປັນເອກະລັກສະເພາະ. ຮູບແບບທີ່ອ່ອນໂຍນຂອງທີມນີ້ໄດ້ຮັບແຮງບັນດານໃຈມາຈາກຄວາມຫຼາກຫຼາຍ ແລະ ຄວາມຄ່ອງຕົວຂອງນົກ: ຕົວອັກສອນທີ່ມີຄວາມເບົາບາງແຕ່ແຂງແຮງ, ຊຸດສີທີ່ຖອດແບບມາຈາກທຳມະຊາດ, ແລະ ການຈັດວາງອົງປະກອບຕ່າງໆທີ່ເບິ່ງສະບາຍຕາ. ຈຸດເດັ່ນຂອງ Twenty Twenty-Two ແມ່ນການເປີດໂອກາດໃຫ້ປັບແຕ່ງໄດ້ຕາມໃຈ. ທີມນີ້ຖືກສ້າງຂຶ້ນເພື່ອຮອງຮັບຄຸນສົມບັດຂອງຕົວແກ້ໄຂເວັບໄຊ (Site Editor) ທີ່ເລີ່ມມີໃນ WordPress 5.9 ເຊິ່ງໝາຍຄວາມວ່າ ສີ, ຕົວອັກສອນ ແລະ ການຈັດວາງຂອງທຸກໆໜ້າໃນເວັບໄຊຂອງທ່ານສາມາດປັບແຕ່ງໄດ້ຕາມຈິນຕະນາການ. ນອກຈາກນີ້ ຍັງມີຮູບແບບບລັອກ (block patterns) ໃຫ້ເລືອກໃຊ້ຫຼາກຫຼາຍ ເພື່ອຊ່ວຍໃຫ້ການອອກແບບລະດັບມືອາຊີບເຮັດໄດ້ງ່າຍພຽງແຕ່ບໍ່ກີ່ຄລິກ. ບໍ່ວ່າທ່ານຈະສ້າງເວັບໄຊໜ້າດຽວ, ບລັອກ, ເວັບໄຊທຸລະກິດ ຫຼື ຜົນງານຕ່າງໆ, Twenty Twenty-Two ຈະຊ່ວຍໃຫ້ທ່ານສ້າງເວັບໄຊທີ່ເປັນເອກະລັກສະເພາະຂອງທ່ານເອງ.
ຄຸນສົມບັດ
ລວດລາຍ (Patterns)
ການດາວໂຫຼດຕໍ່ມື້
ການຕິດຕັ້ງທີ່ໃຊ້ຢູ່: 200,000+
ຄະແນນ
ຊ່ວຍເຫຼືອ
ມີບາງຢ່າງຢາກບອກບໍ? ຕ້ອງການຄວາມຊ່ວຍເຫຼືອບໍ?
ລາຍງານ
ທີມນີ້ມີບັນຫາຫຼັກບໍ່?
