ຄຳອະທິບາຍ
ປລັກອິນໂປຣໄຟລ໌ຜູ້ໃຊ້ ແລະ ການເປັນສະມາຊິກສຳລັບ WordPress
ສຸດຍອດປລັກອິນໂປຣໄຟລ໌ຜູ້ໃຊ້ ແລະ ການເປັນສະມາຊິກສຳລັບ WordPress. ປລັກອິນນີ້ເຮັດໃຫ້ການສະໝັກ ແລະ ເປັນສະມາຊິກໃນເວັບໄຊຂອງທ່ານເປັນເລື່ອງງ່າຍ. ປລັກອິນອະນຸຍາດໃຫ້ທ່ານເພີ່ມໂປຣໄຟລ໌ຜູ້ໃຊ້ທີ່ສວຍງາມເຂົ້າໃນເວັບໄຊຂອງທ່ານ ແລະ ຖືກອອກແບບມາເພື່ອສ້າງຊຸມຊົນອອນລາຍທີ່ທັນສະໄໝ ແລະ ເວັບໄຊລະບົບສະມາຊິກ. ດ້ວຍນ້ຳໜັກທີ່ເບົາ ແລະ ສາມາດຂະຫຍາຍໄດ້ສູງ, Ultimate Member ຈະຊ່ວຍໃຫ້ທ່ານສ້າງເວັບໄຊເກືອບທຸກຮູບແບບທີ່ຜູ້ໃຊ້ສາມາດເຂົ້າຮ່ວມ ແລະ ເປັນສະມາຊິກໄດ້ຢ່າງງ່າຍດາຍ.
ຟີເຈີຂອງປລັກອິນລວມມີ:
- ໂປຣໄຟລ໌ຜູ້ໃຊ້ທີ່ໜ້າເວັບ
- ການລົງທະບຽນຜູ້ໃຊ້ທີ່ໜ້າເວັບ
- ການເຂົ້າສູ່ລະບົບຜູ້ໃຊ້ທີ່ໜ້າເວັບ
- ຟີລແບບຟອມແບບກຳນົດເອງ
- ຕັກກະແບບມີເງື່ອນໄຂສຳລັບຟີລ (field) ແບບຟອມ
- ເຄື່ອງມືສ້າງແບບຟອມແບບລາກ ແລະ ວາງ
- ໜ້າບັນຊີຜູ້ໃຊ້
- ບົດບາດຜູ້ໃຊ້ແບບກຳນົດເອງ
- ທຳນຽບສະມາຊິກ
- ອີເມວຜູ້ໃຊ້
- ການຈຳກັດເນື້ອຫາ
- ເມນູນຳທາງແບບມີເງື່ອນໄຂ
- ສະແດງໂພສ ແລະ ຄຳຄິດເຫັນຂອງຜູ້ຂຽນໃນໂປຣໄຟລ໌ຜູ້ໃຊ້
- ເປັນມິດກັບນັກພັດທະນາດ້ວຍ actions ແລະ filters ຫຼາກຫຼາຍ
ອ່ານກ່ຽວກັບຟີເຈີທັງໝົດຂອງປລັກອິນໄດ້ທີ່ Ultimate Member
ສ່ວນເສີມແບບຊຳລະເງິນ
Ultimate Member ມີສ່ວນເສີມຫຼາກຫຼາຍທີ່ຊ່ວຍໃຫ້ທ່ານຂະຫຍາຍປະສິດທິພາບຂອງປລັກອິນ. ທ່ານສາມາດຊື້ສ່ວນເສີມທັງໝົດເຫຼົ່ານີ້ໃນລາຄາສ່ວນຫຼຸດພິເສດດ້ວຍ ແພັກເກດແບບຊຳລະເງິນ ຂອງພວກເຮົາ ຫຼື ທ່ານສາມາດຊື້ສ່ວນເສີມແຍກເປັນລາຍອັນກໍໄດ້.
- Zapier – ອະນຸຍາດໃຫ້ເຊື່ອມຕໍ່ແອັບຍອດນິຍົມຂອງ Zapier ເຂົ້າກັບ Ultimate Member
- Stripe – ຂາຍການເປັນສະມາຊິກແບບຊຳລະເງິນເພື່ອເຂົ້າເຖິງເວັບໄຊຂອງທ່ານຜ່ານການສະໝັກສະມາຊິກຂອງ Stripe
- User Notes – ອະນຸຍາດໃຫ້ຜູ້ໃຊ້ສ້າງບັນທຶກແບບສາທາລະນະ ແລະ ສ່ວນຕົວຈາກໂປຣໄຟລ໌ຂອງພວກເຂົາ
- Profile Tabs – ອະນຸຍາດໃຫ້ເພີ່ມແຖບ (tab) ແບບກຳນົດເອງເຂົ້າໃນໂປຣໄຟລ໌
- User Locations – ອະນຸຍາດໃຫ້ສະແດງຜູ້ໃຊ້ເທິງແຜນທີ່ໃນໜ້າທຳນຽບສະມາຊິກ ແລະ ອະນຸຍາດໃຫ້ຜູ້ໃຊ້ເພີ່ມສະຖານທີ່ຂອງພວກເຂົາຜ່ານໂປຣໄຟລ໌
- Unsplash – ອະນຸຍາດໃຫ້ຜູ້ໃຊ້ເລືອກຮູບໜ້າປົກໂປຣໄຟລ໌ຈາກ Unsplash ໃນໂປຣໄຟລ໌ຂອງພວກເຂົາ
- User Bookmarks – ອະນຸຍາດໃຫ້ຜູ້ໃຊ້ຂັ້ນໜ້າ (bookmark) ເນື້ອຫາຈາກເວັບໄຊຂອງທ່ານ
- User Photos – ອະນຸຍາດໃຫ້ຜູ້ໃຊ້ໂຫຼດຮູບພາບລົງໃນໂປຣໄຟລ໌ຂອງພວກເຂົາ
- Groups – ອະນຸຍາດໃຫ້ຜູ້ໃຊ້ສ້າງ ແລະ ເຂົ້າຮ່ວມກຸ່ມຕາມຫົວຂໍ້, ຄວາມສົນໃຈທີ່ຄືກັນ ແລະ ອື່ນໆ.
- Private Content – ສະແດງເນື້ອຫາສ່ວນຕົວໃຫ້ກັບຜູ້ໃຊ້ທີ່ເຂົ້າສູ່ລະບົບ ເຊິ່ງມີພຽງແຕ່ພວກເຂົາເທົ່ານັ້ນທີ່ສາມາດເຂົ້າເຖິງໄດ້
- User Tags – ຊ່ວຍໃຫ້ທ່ານເພີ່ມລະບົບແທັກ (tag) ຜູ້ໃຊ້ເຂົ້າໃນເວັບໄຊຂອງທ່ານ
- Social Activity – ກິດຈະກຳທາງໂຊຊຽວ – ໃຫ້ຜູ້ໃຊ້ສ້າງໂພສເທິງວໍ (wall) ແບບສາທາລະນະ ແລະ ເບິ່ງກິດຈະກຳຂອງຜູ້ໃຊ້ອື່ນໆ
- WooCommerce – ອະນຸຍາດໃຫ້ທ່ານເຊື່ອມຕໍ່ WooCommerce ເຂົ້າກັບ Ultimate Member
- Private Messages – ຂໍ້ຄວາມສ່ວນຕົວ – ເພີ່ມລະບົບສົ່ງຂໍ້ຄວາມສ່ວນຕົວເຂົ້າໃນເວັບໄຊຂອງທ່ານ ແລະ ອະນຸຍາດໃຫ້ຜູ້ໃຊ້ສົ່ງຂໍ້ຄວາມຫາ ກັນ
- Followers – ຜູ້ຕິດຕາມ – ອະນຸຍາດໃຫ້ຜູ້ໃຊ້ຕິດຕາມກັນໃນເວັບໄຊຂອງທ່ານ ແລະ ປົກປ້ອງຂໍ້ມູນໂປຣໄຟລ໌ຂອງພວກເຂົາ
- Real-time Notifications – ການແຈ້ງເຕືອນແບບເວລາຈິງ – ເພີ່ມລະບົບການແຈ້ງເຕືອນເຂົ້າໃນເວັບໄຊຂອງທ່ານ ເພື່ອໃຫ້ຜູ້ໃຊ້ສາມາດຮັບການແຈ້ງເຕືອນແບບເວລາຈິງ
- Social Login – ໃຫ້ຜູ້ໃຊ້ລົງທະບຽນ ແລະ ເຂົ້າສູ່ລະບົບເວັບໄຊຂອງທ່ານຜ່ານ Facebook, Twitter, G+, LinkedIn, Instagram ແລະ Vkontakte (VK.com)
- bbPress – ດ້ວຍສ່ວນເສີມ bbPress ທ່ານສາມາດເຊື່ອມຕໍ່ Ultimate Member ເຂົ້າກັບ bbPress ໄດ້ຢ່າງສວຍງາມ
- MailChimp – ອະນຸຍາດໃຫ້ຜູ້ໃຊ້ສະໝັກຮັບຂໍ້ມູນຂ່າວສານ MailChimp ຂອງທ່ານເມື່ອພວກເຂົາລົງທະບຽນໃນເວັບໄຊ ແລະ ຊິງຄ໌ຂໍ້ມູນຜູ້ໃຊ້ໄປຫາ MailChimp
- User Reviews – ການລີວິວຜູ້ໃຊ້ – ອະນຸຍາດໃຫ້ຜູ້ໃຊ້ໃຫ້ຄະແນນ ແລະ ລີວິວເຊິ່ງກັນແລະກັນໂດຍໃຊ້ລະບົບໃຫ້ຄະແນນ/ລີວິວແບບ 5 ດາວ
- Verified Users – ຜູ້ໃຊ້ທີ່ໄດ້ຮັບການຢືນຢັນ – ເພີ່ມລະບົບຢືນຢັນຕົວຕົນຜູ້ໃຊ້ເຂົ້າໃນເວັບໄຊຂອງທ່ານ ເພື່ອໃຫ້ບັນຊີຜູ້ໃຊ້ສາມາດໄດ້ຮັບການຢືນຢັນ
- myCRED – ດ້ວຍສ່ວນເສີມ myCRED ທ່ານສາມາດເຊື່ອມຕໍ່ Ultimate Member ເຂົ້າກັບປລັກອິນຈັດການຄະແນນ myCRED ຍອດນິຍົມ
- Notices – ການແຈ້ງເຕືອນ – ແຈ້ງເຕືອນຂໍ້ມູນທີ່ສຳຄັນໃຫ້ຜູ້ໃຊ້ຊາບໂດຍໃຊ້ການແຈ້ງເຕືອນແບບມີເງື່ອນໄຂ
- Profile Completeness – ຄວາມສົມບູນຂອງໂປຣໄຟລ໌ – ຊຸກຍູ້ ຫຼື ບັງຄັບໃຫ້ຜູ້ໃຊ້ຕື່ມຂໍ້ມູນໂປຣໄຟລ໌ໃຫ້ຄົບຖ້ວນດ້ວຍສ່ວນເສີມຄວາມສົມບູນຂອງໂປຣໄຟລ໌
- Friends – ອະນຸຍາດໃຫ້ຜູ້ໃຊ້ເປັນໝູ່ກັນໂດຍການສົ່ງ ແລະ ຕອບຮັບ/ປະຕິເສດ ຄຳຂໍເປັນໝູ່
ສ່ວນເສີມຟຣີ
- JobsBoardWP – ສ່ວນເສີມຟຣີນີ້ຈະເຊື່ອມຕໍ່ Ultimate Member ເຂົ້າກັບປລັກອິນກະດານປະກາດຮັບສະໝັກງານ JobBoardWP.
- ForumWP – ສ່ວນເສີມຟຣີນີ້ຈະເຊື່ອມຕໍ່ Ultimate Member ເຂົ້າກັບປລັກອິນເວັບບອດ ForumWP.
- Terms & Conditions – ເພີ່ມຊ່ອງຕິກຍອມຮັບຂໍ້ກຳນົດ ແລະ ເງື່ອນໄຂໃນແບບຟອມລົງທະບຽນຂອງທ່ານ ແລະ ກຳນົດໃຫ້ຜູ້ໃຊ້ຕົກລົງເຫັນດີກັບຂໍ້ກຳນົດ ແລະ ເງື່ອນໄຂ ກ່ອນການລົງທະບຽນໃນເວັບໄຊຂອງທ່ານ.
- Google reCAPTCHA – ຢຸດຢັ້ງບັອດໃນແບບຟອມລົງທະບຽນ ແລະ ເຂົ້າສູ່ລະບົບຂອງທ່ານດ້ວຍ Google reCAPTCHA
- Online Users – ຜູ້ໃຊ້ທີ່ກຳລັງອອນລາຍ – ສະແດງວ່າຜູ້ໃຊ້ຄົນໃດກຳລັງອອນລາຍຢູ່ດ້ວຍສ່ວນເສີມນີ້
ທີມ (Theme)
ທີມ (theme) ຢ່າງເປັນທາງການຂອງພວກເຮົາຖືກສ້າງຂຶ້ນເພື່ອເວັບໄຊທີ່ມີທັງຜູ້ໃຊ້ທີ່ເຂົ້າສູ່ລະບົບ ແລະ ບໍ່ໄດ້ເຂົ້າສູ່ລະບົບ. ທີມ ນີ້ມີການເຊື່ອມຕໍ່ຢ່າງເລິກເຊິ່ງກັບປລັກອິນ Ultimate Member ແລະ ສ່ວນເສີມຕ່າງໆ, ມີການອອກແບບສ່ວນຫົວ (header) ທີ່ແຕກຕ່າງກັນສຳລັບຜູ້ໃຊ້ທີ່ເຂົ້າສູ່ລະບົບ/ບໍ່ໄດ້ເຂົ້າສູ່ລະບົບ ແລະ ສາມາດເຮັດວຽກຮ່ວມກັບ Beaver Builder ແລະ Elementor ໄດ້.
ປລັກອິນອື່ນໆຂອງພວກເຮົາ
ນອກຈາກ Ultimate Member ແລ້ວ, ພວກເຮົາຍັງມີອີກສອງປລັກອິນຄື: ForumWP ແລະ JobBoardWP.
ForumWP
ForumWP ແມ່ນປລັກອິນເວັບບອດ ເຊິ່ງຈະເພີ່ມເວັບບອດອອນລາຍເຂົ້າໃນເວັບໄຊຂອງທ່ານ, ອະນຸຍາດໃຫ້ຜູ້ໃຊ້ສ້າງຫົວຂໍ້ ແລະ ຂຽນຄຳຕອບ. ເວັບບອດແມ່ນວິທີທີ່ດີໃນການສ້າງ ແລະ ຂະຫຍາຍຊຸມຊົນອອນລາຍ.
JobBoardWP
JobBoardWP ແມ່ນປລັກອິນກະດານປະກາດຮັບສະໝັກງານ ເຊິ່ງຈະເພີ່ມກະດານຮັບສະໝັກງານທີ່ທັນສະໄໝເຂົ້າໃນເວັບໄຊຂອງທ່ານ. ສະແດງລາຍການວຽກ ແລະ ອະນຸຍາດໃຫ້ນາຍຈ້າງສົ່ງ ແລະ ຈັດການວຽກທັງໝົດໄດ້ຈາກໜ້າເວັບ (front-end).
ການພັດທະນາ * ການແປພາສາ
ຫາກທ່ານເປັນນັກພັດທະນາ ແລະ ຕ້ອງການປະກອບສ່ວນເຂົ້າໃນຊອດໂຄ້ດຂອງປລັກອິນ ທ່ານສາມາດເຮັດໄດ້ຜ່ານ GitHub Repository ຂອງພວກເຮົາ.
ຕ້ອງການເພີ່ມພາສາໃໝ່ໃຫ້ກັບ Ultimate Member ບໍ? ດີຫຼາຍ! ທ່ານສາມາດປະກອບສ່ວນໄດ້ຜ່ານ translate.wordpress.org.
ຫາກທ່ານເປັນນັກພັດທະນາ ແລະ ຕ້ອງການຮູ້ລາຍຊື່ຂອງ UM Hooks, ສາມາດເບິ່ງໄດ້ຜ່ານ ເອກະສານ Hooks ຫຼື ເອກະສານ Hooks ເວີຊັນ 2.
ຫາກທ່ານເປັນນັກພັດທະນາ ແລະ ຕ້ອງການຮູ້ໂຄງສ້າງຂອງໂຄ້ດພວກເຮົາ, ສາມາດເບິ່ງໄດ້ຜ່ານ ເອກະສານ API.
ເອກະສານ ແລະ ການຊ່ວຍເຫຼືອ
ພົບບັນຫາ ຫຼື ຕ້ອງການຄວາມຊ່ວຍເຫຼືອກ່ຽວກັບ Ultimate Member ບໍ? ສາມາດເຂົ້າໄປທີ່ ເອກະສານ ແລະ ຄົ້ນຫາໃນຖານຄວາມຮູ້. ຫາກທ່ານບໍ່ພົບວິທີແກ້ໄຂບັນຫາ, ທ່ານສາມາດສ້າງຫົວຂໍ້ໃໝ່ໃນ ຟໍຣຳຊ່ວຍເຫຼືອ.
ພາບໜ້າຈໍ
ບລັອກ
ປລັກອິນນີ້ມີ 4 ບລັອກ.
- Password Reset Displaying the password reset form
- Member Directory Choose display directory
- Form Choose display form
- Account Displaying the account page of the current user
ການຕິດຕັ້ງ
- ເປີດໃຊ້ງານປລັກອິນ
- ພຽງເທົ່ານີ້. ໄປທີ່ Ultimate Member > ການຕັ້ງຄ່າ ເພື່ອປັບແຕ່ງຕົວເລືອກຂອງປລັກອິນ.
- ສຳລັບລາຍລະອຽດເພີ່ມເຕີມ, ກະລຸນາເຂົ້າໄປເບິ່ງທີ່ໜ້າ ເອກະສານ ຢ່າງເປັນທາງການ.
ຄຳຖາມທີ່ພົບເລື້ອຍ
-
ຂ້ອຍຈຳເປັນຕ້ອງມີຄວາມຮູ້ດ້ານການຂຽນໂຄ້ດເພື່ອໃຊ້ປລັກອິນນີ້ຫຼືບໍ່?
-
ບໍ່, ພວກເຮົາໄດ້ສ້າງ Ultimate Member ໃຫ້ໃຊ້ງານໄດ້ງ່າຍທີ່ສຸດ ແລະ ບໍ່ຈຳເປັນໃຫ້ທ່ານສ້າງຊອດໂຄດ (shortcodes) ດ້ວຍຕົນເອງ ຫຼື ຕ້ອງມີຄວາມຮູ້ດ້ານການຂຽນໂຄ້ດ.
-
Ultimate Member ຮອງຮັບການສະແດງຜົນເທິງມືຖື (mobile responsive) ຫຼືບໍ່?
-
ແມ່ນແລ້ວ. Ultimate Member ຖືກອອກແບບມາໃຫ້ຮອງຮັບກັບທຸກຂະໜາດໜ້າຈໍ. ເຊິ່ງລວມມີການອອກແບບສະເພາະສຳລັບໂທລະສັບ, ແທັບເລັດ ແລະ ຄອມພິວເຕີຕັ້ງໂຕະ.
-
Ultimate Member ຮອງຮັບລະບົບຫຼາຍເວັບໄຊ (multi-site) ຫຼືບໍ່?
-
ແມ່ນແລ້ວ. Ultimate Member ເຮັດວຽກໄດ້ດີທັງໃນການຕິດຕັ້ງ WordPress ແບບເວັບໄຊດຽວ ແລະ ແບບຫຼາຍເວັບໄຊ (multi-site).
-
ປລັກອິນເຮັດວຽກຮ່ວມກັບທີມ (theme) ໃດກໍໄດ້ຂອງ WordPress ຫຼືບໍ່?
-
ແມ່ນແລ້ວ. Ultimate Member ຈະເຮັດວຽກກັບທີມ (theme) ໃດກໍໄດ້ທີ່ຂຽນໂຄ້ດຢ່າງຖືກຕ້ອງ. ແນວໃດກໍຕາມ, ບາງທີມອາດເຮັດໃຫ້ເກີດການຂັດແຍ້ງກັບປລັກອິນ. ຫາກທ່ານພົບບັນຫາການສະແດງຜົນ (styling) ກັບທີມຂອງທ່ານ ກະລຸນາສ້າງໂພສໃນຟໍຣຳຊຸມຊົນ.
-
ປລັກອິນເຮັດວຽກຮ່ວມກັບປລັກອິນແຄຊ (caching) ຫຼືບໍ່?
-
ປລັກອິນເຮັດວຽກຮ່ວມກັບປລັກອິນແຄຊ (caching) ຍອດນິຍົມ ໂດຍການຍົກເວັ້ນໜ້າຂອງ Ultimate Member ຈາກການຖືກເກັບແຄຊໂດຍອັດຕະໂນມັດ. ສິ່ງນີ້ເຮັດໃຫ້ໝັ້ນໃຈໄດ້ວ່າຜູ້ຢ້ຽມຊົມຄົນອື່ນໆ ຈະບໍ່ເຫັນຂໍ້ມູນສ່ວນຕົວຂອງຜູ້ໃຊ້ອື່ນ. ເຖິງຢ່າງໃດກໍຕາມ, ຫາກທ່ານເພີ່ມຟີເຈີຂອງ Ultimate Member ເຂົ້າໃນໜ້າອື່ນໆ ທ່ານຕ້ອງຍົກເວັ້ນໜ້າເຫຼົ່ານັ້ນຈາກການເກັບແຄຊຜ່ານແຜງຕັ້ງຄ່າຂອງປລັກອິນແຄຊຂອງທ່ານ.
-
Ultimate Member ຈຳກັດການເຂົ້າເຖິງ wp-login.php ເມື່ອປລັກອິນເປີດໃຊ້ງານຫຼືບໍ່?
-
ປລັກອິນຈະບໍ່ຈຳກັດການເຂົ້າເຖິງໜ້າ wp-login.php ເມື່ອເປີດໃຊ້ງານ, ເພື່ອບໍ່ໃຫ້ປລັກອິນຂອງພວກເຮົາໄປລົບກວນການເຮັດວຽກທີ່ມີຢູ່ແລ້ວຂອງເວັບໄຊ ຫຼື ປລັກອິນອື່ນໆ ທີ່ອາດຈະໃຊ້ໜ້າເຂົ້າສູ່ລະບົບມາດຕະຖານ. ຫາກທ່ານຕ້ອງການຈຳກັດການເຂົ້າເຖິງໜ້າ wp-login.php ທ່ານສາມາດໃຊ້ປລັກອິນເຊັ່ນ WPS Hide Login ຫຼື ປລັກອິນອື່ນທີ່ປິດຄວາມສາມາດໃນການເຂົ້າສູ່ລະບົບຜ່ານ wp-login.php.
-
ຈຳເປັນຕ້ອງໃຊ້ໜ້າເຂົ້າສູ່ລະບົບ/ລົງທະບຽນຂອງ Ultimate Member ຫຼືບໍ່?
-
ບໍ່, ທ່ານບໍ່ຈຳເປັນຕ້ອງໃຊ້ໜ້າເຂົ້າສູ່ລະບົບ ຫຼື ໜ້າລົງທະບຽນຂອງປລັກອິນພວກເຮົາ ແລະ ສາມາດໃຊ້ປລັກອິນອື່ນ ຫຼື ວິທີມາດຕະຖານຂອງ WordPress ສຳລັບການລົງທະບຽນ ແລະ ເຂົ້າສູ່ລະບົບຜູ້ໃຊ້ໄດ້.
-
ໂມດູນ PHP ເພີ່ມເຕີມມີຄວາມຈຳເປັນເພື່ອໃຫ້ປລັກອິນເຮັດວຽກຢ່າງຖືກຕ້ອງຫຼືບໍ່?
-
ບໍ່ຈຳເປັນຕ້ອງໃຊ້ສ່ວນເສີມສະເພາະໃດໜຶ່ງ. ແຕ່ພວກເຮົາຂໍແນະນຳໃຫ້ເປີດໃຊ້ງານ PHP modules ເຫຼົ່ານີ້:
mbstring,json,dom,exif,gd,fileinfo,curl,iconv. ໜ້າ wp-admin > ເຄື່ອງມື > ສຸຂະພາບເວັບໄຊ ມີບົດສະຫຼຸບກ່ຽວກັບການຕິດຕັ້ງຂອງທ່ານ ແລະ ໂມດູນທີ່ຈຳເປັນ. ສ່ວນເສີມຫຼັກທັງໝົດມີລາຍຊື່ຢູ່ ບ່ອນນີ້.
ການຣີວິວ
ຜູ້ຮ່ວມພັດທະນາ ແລະ ຜູ້ພັດທະນາ
“Ultimate Member – ໂປຣໄຟລ໌ຜູ້ໃຊ້, ການລົງທະບຽນ, ການເຂົ້າສູ່ລະບົບ, ທຳນຽບສະມາຊິກ, ການຈຳກັດເນື້ອຫາ ແລະ ປລັກອິນການເປັນສະມາຊິກ” ແມ່ນຊອຟແວໂອເພັນຊອດ (Open Source). ບຸກຄົນຕໍ່ໄປນີ້ໄດ້ມີສ່ວນຮ່ວມໃນການພັດທະນາປລັກອິນນີ້.
ຜູ້ຮ່ວມພັດທະນາ“Ultimate Member – ໂປຣໄຟລ໌ຜູ້ໃຊ້, ການລົງທະບຽນ, ການເຂົ້າສູ່ລະບົບ, ທຳນຽບສະມາຊິກ, ການຈຳກັດເນື້ອຫາ ແລະ ປລັກອິນການເປັນສະມາຊິກ” ໄດ້ຖືກແປເປັນ 28 ພາສາທ້ອງຖິ່ນ. ຂໍຂອບໃຈ ທີມງານຜູ້ແປ ສຳລັບການປະກອບສ່ວນຂອງເຂົາເຈົ້າ.
ສົນໃຈຮ່ວມພັດທະນາບໍ່?
ເບິ່ງລະຫັດ, ກວດເບິ່ງ ຄັງເກັບ SVN, ຫຼື ຕິດຕາມ ບັນທຶກການພັດທະນາ ຜ່ານ RSS.
ບັນທຶກການປ່ຽນແປງ
Important:
ສຳຄັນ: ກະລຸນາອັບເດດປລັກອິນເປັນເວີຊັນ 2.6.7 ຫຼື ສູງກວ່າໂດຍທັນທີ. ເວີຊັນ 2.6.7 ໄດ້ແກ້ໄຂຊ່ອງໂຫວ່ດ້ານຄວາມປອດໄພກ່ຽວກັບການລະເມີດສິດທິ. ກະລຸນາເບິ່ງ ບົດຄວາມນີ້ ສຳລັບຂໍ້ມູນເພີ່ມເຕີມ
2.11.3 2026-03-26
ການປັບປຸງເພີ່ມປະສິດທິພາບ
- Added: UM > Settings > Advanced > APIs section for set available APIs settings.
- Added: GoogleMaps API setting when it’s available.
- Added: Function
UM()->mail()->enabled_email()for checking if the email notification is enabled by the user. - Added:
colortype of sanitize settings saved in wp-admin. - Added: Checking array type of submission data when
urltype of sanitize is used in wp-admin. - Added: Enhance UM form sanitization filter with $form_data param. Added the $form_data parameter to the
um_sanitize_form_submissionfilter. - Added: Option for special character requirement for passwords. It’s situated in “General > Users > Password requires special character” (based on @faisalahammad suggestions)
- Added: Filter hook
um_before_account_delete_textfor changing before delete account text by 3rd-party plugins. End-customers can use it for translations. - Added: Filter hook
um_custom_{$message_key}(um_custom_pending_message,um_custom_checkmail_message) for changing after-registration message based on the user status by 3rd-party plugins. End-customers can use it for translations. - Added: Filter hook
um_convert_tags_blacklist_fieldsFor 3rd-party integrations to control the usermeta keys inum_convert_tags()function. - Added:
.um-display-noneCSS utility +umShow()/umHide()/umToggle()jQuery helpers. - Added:
um-noticeJS library.
ການແກ້ໄຂບັກ
- Fixed: Security issue, CVE ID: CVE-2026-4248. Added blacklist filter for convert_tag replace placeholders function.
- Fixed: HTML sanitization logic for textarea-type custom fields with enabled HTML using setting.
- Fixed: WP editor formatting to prevent incorrect HTML entity conversion when using html-mode in the textarea-type custom fields. Applied and removed this filter dynamically to avoid interfering with other processes.
- Fixed: Dynamic string translation pattern and improve escaping. Replaced incorrect __(‘%s’) pattern. (@faisalahammad)
- Fixed:
wp_die()function triggering on the frontend actions. Added UM notice above the User Profile page. (based on @faisalahammad suggestions) - Fixed: Password reset key handling for multiple users. Previously, the static reset key caused issues when handling password resets for multiple users simultaneously.
- Fixed:
um_trim_string()function for using with UTF-8 symbols. - Fixed: PHP Notice: Function WP_Scripts::add was called incorrectly.
ແມ່ແບບທີ່ຕ້ອງໄດ້ຮັບການອັບເດດ
- members.php
- message.php
- restricted-blog.php
- restricted-taxonomy.php
ໝາຍເຫດ: ໄຟລ໌ (JS/CSS) ທີ່ຖືກເກັບແຄຊ ແລະ ປັບແຕ່ງແລ້ວ ຕ້ອງຖືກລ້າງ ຫຼື ສ້າງໃໝ່ຫຼັງຈາກການອັບເກຣດ
2.11.2 2026-02-10
ການປັບປຸງເພີ່ມປະສິດທິພາບ
- ເພີ່ມ: ການກວດສອບຄວາມຖືກຕ້ອງຝັ່ງເຊີບເວີ (Server-side validation) ເມື່ອມີການສົ່ງແບບຟອມຄົ້ນຫາ.
- ເພີ່ມ: Action hook
um_approve_user_on_email_confirmationເພື່ອອະນຸມັດຜູ້ໃຊ້ໂດຍອັດຕະໂນມັດຫຼັງຈາກກວດສອບລິ້ງຢືນຢັນອີເມວແລ້ວ. - ເພີ່ມ: JS filter wp.hook
um_member_directory_popstate_ignoreເພື່ອຢຸດ window.pushSate ໃນທຳນຽບສະມາຊິກສຳລັບການເຊື່ອມຕໍ່ກັບພາຍນອກ.
ການແກ້ໄຂບັກ
- ແກ້ໄຂ: ບັນຫາຄວາມປອດໄພ, CVE ID: CVE-2025-15064. ຍົກເລີກຄວາມສາມາດໃນການໃຊ້ HTML ພາຍໃນຄຳອະທິບາຍຜູ້ໃຊ້. ຍັງຄົງອະນຸຍາດໃຫ້ໃຊ້ສະເພາະແທັກ ‘user_description’ ທີ່ກຳນົດໄວ້ລ່ວງໜ້າໃນ
wp_kses(). - ແກ້ໄຂ: ບັນຫາຄວາມປອດໄພ, CVE ID: CVE-2026-1404. ປັບປຸງຮູບແບບລາຍການແມ່ແບບເພື່ອຫຼີກເວັ້ນການໃຊ້ຕົວອັກສອນ HTML ໃນຄ່າ filter.
- ແກ້ໄຂ: ຕຳແໜ່ງເມນູເລືອກຮູບໂປຣໄຟລ໌ສຳລັບໜ້າຈໍທີ່ນ້ອຍກວ່າ 340px.
- ແກ້ໄຂ: ການສະແດງຜົນຄ່າທີ່ບັນທຶກໄວ້ຂອງການຕັ້ງຄ່າ “Privacy Options” > “Allowed roles” ສຳລັບທຳນຽບສະມາຊິກ.
- ແກ້ໄຂ: ຂໍ້ມູນໃນສຸຂະພາບເວັບໄຊກ່ຽວກັບການຕັ້ງຄ່າ
TemplateແລະRoleຂອງແບບຟອມລົງທະບຽນ. - ແກ້ໄຂ: ຂໍ້ມູນໃນສຸຂະພາບເວັບໄຊກ່ຽວກັບການຕັ້ງຄ່າ
Templateຂອງແບບຟອມເຂົ້າສູ່ລະບົບ ແລະ ໂປຣໄຟລ໌.
ແມ່ແບບທີ່ຕ້ອງໄດ້ຮັບການອັບເດດ
- members.php
- searchform.php
ໝາຍເຫດ: ໄຟລ໌ (JS/CSS) ທີ່ຖືກເກັບແຄຊ ແລະ ປັບແຕ່ງແລ້ວ ຕ້ອງຖືກລ້າງ ຫຼື ສ້າງໃໝ່ຫຼັງຈາກການອັບເກຣດ
2.11.1 2025-12-16
ການປັບປຸງເພີ່ມປະສິດທິພາບ
- ເພີ່ມ: ‘ຕົວເລືອກຄວາມເປັນສ່ວນຕົວ’ ສຳລັບທຳນຽບສະມາຊິກ. ‘ໃຜສາມາດເຫັນທຳນຽບສະມາຊິກນີ້ໄດ້’ ແລະ ‘ບົດບາດທີ່ອະນຸຍາດ’.
- ເພີ່ມ: ການຕັ້ງຄ່າ ‘Rate Limit’ ສຳລັບ AJAX actions ທີ່ບໍ່ໄດ້ເຂົ້າສູ່ລະບົບ (nopriv).
ການແກ້ໄຂບັກ
- ແກ້ໄຂ: ບັນຫາຄວາມປອດໄພ CVE ID: CVE-2025-13220. ໃຊ້ຟັງຊັນ
shortcode_atts()ເພື່ອຫຼີກເວັ້ນການໃຊ້ແອດທຣິບິວທີ່ຜິດພາດ. - ແກ້ໄຂ: ບັນຫາຄວາມປອດໄພ CVE ID: CVE-2025-13217. ປັບປຸງການທຳຄວາມສະອາດຂໍ້ມູນນຳເຂົ້າ (sanitization) ແລະ ການຫຼົບຫຼີກຕົວອັກສອນພິເສດ (escaping) ສຳລັບ URL ຂອງ iframe ໃນການຝັງ YouTube, Vimeo, ແລະ Google Maps.
- ແກ້ໄຂ: ບັນຫາຄວາມປອດໄພ CVE ID: CVE-2025-14081. ການກັ່ນຕອງຟີລໂດຍອີງໃສ່ສິດອະນຸຍາດຂອງຜູ້ໃຊ້ໃນລະຫວ່າງການສົ່ງແບບຟອມບັນຊີ.
- ແກ້ໄຂ: ບັນຫາຄວາມປອດໄພ CVE ID: CVE-2025-12492. ເພີ່ມການຕັ້ງຄ່າຄວາມເປັນສ່ວນຕົວຂອງທຳນຽບ ແລະ ເພີ່ມການຈຳກັດອັດຕາການເຂົ້າເຖິງ (rate limiting).
ແມ່ແບບທີ່ຕ້ອງໄດ້ຮັບການອັບເດດ
- members.php
- members-grid.php
- members-list.php
2.11.0 2025-12-02
ການປັບປຸງເພີ່ມປະສິດທິພາບ
- ເພີ່ມ: ເງື່ອນໄຂເພີ່ມເຕີມສຳລັບການກວດສອບຄຳຂໍເປີດໃຊ້ງານລິຂະສິດ.
- ເພີ່ມ: ແອດທຣິບິວ
$argsທີສອງໃຫ້ກັບ action hook ‘um_cover_area_content’. - ເພີ່ມ: ແອດທຣິບິວ
$argsແລະ$user_idໃຫ້ກັບ action hook ‘um_after_profile_header_name’. - ເພີ່ມ: ຄລາສ
um-profile-subnav-{$subnav_id}-linkໃຫ້ກັບລິ້ງເມນູນຳທາງຍ່ອຍໃນໜ້າໂປຣໄຟລ໌ຜູ້ໃຊ້. - ປັບປຸງ: ອັບເດດຄລາສ
Extensions_Updaterໃຫ້ໃຊ້ Action Scheduler ໃນຂະບວນການອັບເກຣດສ່ວນເສີມຂອງ UM.
ການແກ້ໄຂບັກ
- ແກ້ໄຂ: ລິ້ງໂປຣໄຟລ໌ຜູ້ໃຊ້ໃນສ່ວນຄຳຄິດເຫັນທີ່ໜ້າເວັບ ເມື່ອ
$comment->user_idວ່າງເປົ່າ. - ແກ້ໄຂ: regexp ຂອງຟັງຊັນ
emotizeເພື່ອໃຫ້ການປ່ຽນອີໂມຈິດີຂຶ້ນ. - ແກ້ໄຂ: ການຂັດແຍ້ງກັນລະຫວ່າງຕົວໂຫຼດຮູບພາບ ແລະ ແອດທຣິບິວ lazy-loading ທີ່ເພີ່ມໂດຍປລັກອິນອື່ນ.
- ແກ້ໄຂ: ຄຳເຕືອນ PHP (PHP warnings) ສຳລັບບົດບາດທີ່ບໍ່ມີຂໍ້ມູນ meta.
- ແກ້ໄຂ: ຂໍ້ຄວາມຜິດພາດໃນປ້າຍຊື່ (labels).












