ຄຳອະທິບາຍ
Kadence Blocks extends the WordPress block editor with powerful custom blocks and advanced design controls, helping you build fast, accessible, and professional websites, without writing code.
Each block is built with performance, accessibility, and flexibility in mind, giving you the tools to create visually impressive layouts while maintaining clean, optimized output.
Whether you’re building landing pages, blogs, or full websites, Kadence Blocks provides a streamlined, modern workflow that rivals traditional page builders, directly inside the native WordPress editor.
ບລັອກແບບກຳນົດເອງປະກອບມີ
- ແຖບພັບ (Accordion) – ສ້າງ ແຖບພັບທີ່ສວຍງາມ! ແຕ່ລະແຖບສາມາດໃສ່ບລັອກອື່ນໆໄດ້ ແລະ ປັບແຕ່ງຮູບແບບຫົວຂໍ້, ພື້ນຫຼັງເນື້ອຫາ ແລະ ເສັ້ນຂອບໄດ້.
- ປຸ່ມຂັ້ນສູງ (Advanced Button) – ສ້າງ ປຸ່ມຂັ້ນສູງ ຫຼື ແຖວຂອງປຸ່ມ. ຕົບແຕ່ງແຕ່ລະປຸ່ມໄດ້ຕາມຕ້ອງການ ລວມທັງການຄວບຄຸມຕອນເອົາເມົ້າໄປຊີວ. ນອກຈາກນັ້ນ, ທ່ານຍັງສາມາດໃສ່ໄອຄອນ ແລະ ວາງປຸ່ມຄຽງຂ້າງກັນໄດ້.
- ແບບຟອມຂັ້ນສູງ (Advanced Form) – ບລັອກແບບຟອມທີ່ຊົງພະລັງ ຂອງພວກເຮົາຊ່ວຍໃຫ້ທ່ານສ້າງແບບຟອມຕິດຕໍ່ ຫຼື ແບບຟອມການຕະຫຼາດ ແລະ ຕົບແຕ່ງໄດ້ທັນທີໃນຕົວແກ້ໄຂບລັອກ.
- ຄັງຮູບພາບຂັ້ນສູງ (Advanced Gallery) – ສ້າງ ຄັງຮູບພາບທີ່ສວຍງາມ, ແບບສະໄລເດີ ແລະ ອື່ນໆ! ປັບແຕ່ງລິ້ງ, ຄຳອະທິບາຍພາບ, ຂະໜາດຮູບພາບ ເພື່ອປະສິດທິພາບສູງສຸດ.
- ຂໍ້ຄວາມຂັ້ນສູງ (Advanced Text) – ສ້າງ ຫົວຂໍ້ ຫຼື ຫຍໍ້ໜ້າ ແລະ ກຳນົດຂະໜາດສຳລັບຄອມພິວເຕີ, ແທັບເລັດ ແລະ ມືຖື ພ້ອມທັງເລືອກຟອນ, ສີ ແລະ ອື່ນໆ. ໃຊ້ຕົວແກ້ໄຂ AI ເພື່ອປັບປຸງການຂຽນ, ແກ້ໄຂຄຳຜິດ, ໄວຍາກອນ ແລະ ປ່ຽນໂທນສຽງ.
- ເວລານັບຖອຍຫຼັງ (Countdown) – ເພີ່ມໂອກາດໃນການຂາຍໂດຍການສ້າງຄວາມຮູ້ສຶກເລັ່ງດ່ວນດ້ວຍ ເວລານັບຖອຍຫຼັງ. ລຸ້ນ Pro ຍັງມີລະບົບແຄມເປນແບບໝູນວຽນຕະຫຼອດ (evergreen) ອີກດ້ວຍ.
- ຕົວເລກນັບຂຶ້ນ (Count Up) – ເພີ່ມ ຕົວເລກເຄື່ອນໄຫວ ລົງໃນໜ້າເວັບ ແລະ ໂພສ. ສິ່ງນີ້ຊ່ວຍເພີ່ມຄວາມໜ້າສົນໃຈໃຫ້ກັບຕົວເລກທີ່ອາດຈະເບິ່ງຄືວ່າໜ້າເບື່ອ.
- ກ່ອງຂໍ້ມູນ (Info Box) – ສ້າງ ກ່ອງຂໍ້ມູນ ທີ່ປະກອບດ້ວຍໄອຄອນ ຫຼື ຮູບພາບ, ຫົວຂໍ້, ຄຳອະທິບາຍ ແລະ ປຸ່ມອ່ານເພີ່ມເຕີມ. ສາມາດປັບແຕ່ງຮູບແບບປົກກະຕິ ແລະ ຕອນເອົາເມົ້າໄປຊີວ (hover) ແຍກກັນໄດ້.
- ໄອຄອນ (Icon) – ເລືອກ ໄອຄອນ SVG ຫຼາຍກວ່າ 1500 ແບບ ເພື່ອເພີ່ມລົງໃນໜ້າເວັບ ແລະ ປັບແຕ່ງຂະໜາດ, ສີ, ພື້ນຫຼັງ, ເສັ້ນຂອບ ແລະ ອື່ນໆ. ທ່ານຍັງສາມາດວາງຫຼາຍໄອຄອນຄຽງຂ້າງກັນໄດ້.
- ລາຍການໄອຄອນ (Icon List) – ເພີ່ມ ໄອຄອນທີ່ສວຍງາມ ໃສ່ໃນລາຍການຂອງທ່ານ ເພື່ອເຮັດໃຫ້ມັນໜ້າສົນໃຈ ແລະ ດຶງດູດສາຍຕາ. ມີໄອຄອນໃຫ້ເລືອກຫຼາຍກວ່າ 1500 ແບບ ພ້ອມຮູບແບບທີ່ປັບແຕ່ງໄດ້ບໍ່ຈຳກັດ.
- ແອນິເມຊັນ Lottie – ທ່ານສາມາດນຳເຂົ້າ ແອນິເມຊັນ Lottie ລົງໃນເວັບໄຊໄດ້. ສາມາດເລືອກວິທີການສະແດງຜົນ, ຄວບຄຸມຄວາມໄວ, ການຫຼິ້ນຊ້ຳ ແລະ ອື່ນໆ.
- ໂພສ (Posts) – ສະແດງ ຕາຕະລາງໂພສ ທີ່ສະອາດຕາໄດ້ທຸກບ່ອນໃນເວັບໄຊ, ເໝາະສຳລັບໜ້າທຳອິດທີ່ທ່ານຕ້ອງການແນະນຳບົດຄວາມໃໝ່.
- ແຖບສະແດງຄວາມຄືບໜ້າ (Progress Bar) – ສະແດງ ຄວາມຄືບໜ້າໃຫ້ເຫັນເປັນຮູບທຳ ເຊັ່ນ: ຈຳນວນທີ່ສຳເລັດຕາມເປົ້າໝາຍ, ອັດຕາຄວາມເພິ່ງພໍໃຈ ແລະ ອື່ນໆ.
- ການຈັດວາງແຖວ (Row Layout) – ສ້າງແຖວ ທີ່ມີບລັອກຊ້ອນກັນໃນຄໍລຳ ຫຼື ໃຊ້ເປັນກ່ອງບັນຈຸ. ຕົບແຕ່ງແຖວຂອງທ່ານດ້ວຍພື້ນຫຼັງ, ສີຊ້ອນທັບ, ໄລຍະຫ່າງ ແລະ ອື່ນໆ.
- ສ່ວນ (Section) – ອອກແບບສ່ວນຕ່າງໆ ຂອງເນື້ອຫາພາຍໃນບລັອກ Row Layout. ສາມາດເພີ່ມບລັອກໃດກໍໄດ້ລົງໃນສ່ວນນີ້ ແລະ ອອກແບບໂດຍໃຊ້ການຕັ້ງຄ່າບລັອກ.
- ສະແດງເພີ່ມເຕີມ (Show More) – ເພີ່ມການສະແດງຕົວຢ່າງ ໃຫ້ເນື້ອຫາດ້ວຍບລັອກຊ້ອນກັນໄດ້ທຸກຮູບແບບ. ປັບຂະໜາດການສະແດງຕົວຢ່າງຕາມອຸປະກອນ, ໃສ່ເອັບເຟັກຄ່ອຍໆຈາງ (fade out), ປັບແຕ່ງປຸ່ມຂັ້ນສູງ ແລະ ອື່ນໆ.
- ຕົວຂັ້ນ / ເພີ່ມຊ່ອງຫວ່າງ – ສ້າງເສັ້ນຂັ້ນ ແລະ ກຳນົດໄລຍະຫ່າງຮອບໆໄດ້ຢ່າງງ່າຍດາຍ, ຫຼື ພຽງແຕ່ສ້າງຊ່ອງຫວ່າງໃນເນື້ອຫາ. ທ່ານຍັງສາມາດກຳນົດຄວາມສູງຕາມຂະໜາດໜ້າຈໍໄດ້.
- ສາລະບານ (Table of Contents) – ນຳທາງຢ່າງວ່ອງໄວ ໄປຫາຫົວຂໍ້ຕ່າງໆໃນໂພສ ຫຼື ໜ້າເວັບຂອງທ່ານ ໂດຍການສ້າງລິ້ງສະໝໍ (anchor links) ແລະ ການເລື່ອນທີ່ລື່ນໄຫຼໂດຍອັດຕະໂນມັດ.
- ແທັບ (Tabs) – ສ້າງ ຮູບແບບແທັບ ແນວນອນ ຫຼື ແນວຕັ້ງ ພ້ອມການຄວບຄຸມການອອກແບບຂັ້ນສູງ. ເນື້ອຫາໃນແຕ່ລະແທັບສາມາດໃສ່ບລັອກອື່ນໆໄດ້ຢ່າງອິດສະຫຼະ.
- ຄຳນິຍົມ (Testimonials) – ສ້າງຄວາມໝັ້ນໃຈໃຫ້ແບຣນ ຫຼື ສິນຄ້າຂອງທ່ານໂດຍການສະແດງ ຄຳນິຍົມ ທີ່ສວຍງາມ. ສາມາດສະແດງເປັນແບບສະໄລເດີ ຫຼື ແບບຕາຕະລາງ.
ວິດີໂອສອນການໃຊ້ງານ
ຄຸນສົມບັດຫຼັກຂອງບລັອກ
- Content & Layout Flexibility: Build complex layouts with nested rows, responsive controls, and advanced spacing options, all within the block editor.
- Design Library: Overcome creative blocks and assemble a site in no time. Our Design Library offers hundreds of pre-built patterns and pages tailored to your unique brand
- ການໂຫຼດທີ່ສະຫຼາດ: Kadence Blocks ຈະບໍ່ເຮັດໃຫ້ເວັບໄຊຂອງທ່ານຊ້າລົງ ເພາະມັນຈະໂຫຼດ CSS ຫຼື Javascript ສະເພາະຕອນທີ່ຈຳເປັນ ແລະ ສະເພາະບລັອກທີ່ທ່ານໃຊ້ໃນໜ້ານັ້ນໆເທົ່ານັ້ນ.
- ການຄວບຄຸມການຮອງຮັບໜ້າຈໍ: ປັບແຕ່ງການອອກແບບຂອງທ່ານສຳລັບແຕ່ລະຂະໜາດໜ້າຈໍ. ແກ້ໄຂການຕັ້ງຄ່າສຳລັບແທັບເລັດ ແລະ ມືຖື ພ້ອມທັງເບິ່ງຕົວຢ່າງໄດ້ທັນທີໃນຕົວແກ້ໄຂ WordPress.
- ການຄວບຄຸມຕົວອັກສອນ: ເລືອກຈາກ Google Fonts ຫຼາຍກວ່າ 900 ແບບ ແລະ ອອກແບບເວັບໄຊຂອງທ່ານດ້ວຍການຄວບຄຸມຕົວອັກສອນທີ່ສົມບູນແບບ.
- Color & Background Controls: Gradients, overlays, parallax backgrounds, borders, etc. You can control all the design settings!
- ກຳນົດຄ່າເລີ່ມຕົ້ນໄດ້: ເຮັດໃຫ້ການພັດທະນາເວັບໄຊງ່າຍຂຶ້ນ. ເມື່ອກຳນົດຄ່າເລີ່ມຕົ້ນແລ້ວ, ທຸກຄັ້ງທີ່ທ່ານເພີ່ມບລັອກໃໝ່ ຄ່າເຫຼົ່ານັ້ນຈະຖືກນຳໃຊ້ໂດຍອັດຕະໂນມັດ.
- ການຄວບຄຸມການສະແດງຜົນການຕັ້ງຄ່າ: ເຊື່ອງການຕັ້ງຄ່າບລັອກຈາກບາງບົດບາດຜູ້ໃຊ້ ເພື່ອໃຫ້ພວກເຂົາເນັ້ນໃສ່ສະເພາະເນື້ອຫາ ແລະ ບໍ່ໃຫ້ເຂົ້າໄປແກ້ໄຂການອອກແບບບລັອກ.
- ການຄວບຄຸມໄລຍະຫ່າງ: ຄວບຄຸມໄລຍະຫ່າງພາຍໃນ (padding) ແລະ ພາຍນອກ (margin) ສຳລັບບລັອກຂອງທ່ານດ້ວຍຫົວໜ່ວຍທີ່ທ່ານຕ້ອງການ. ປັບແຕ່ງໃຫ້ຮອງຮັບທຸກໜ້າຈໍເພື່ອຄວາມຊັດເຈນໃນການອອກແບບ.
ເຊື່ອມຕໍ່ກັບຊຸມຊົນຂອງພວກເຮົາ
ແນ່ນອນວ່າຂະບວນການສ້າງເວັບໄຊຍ່ອມມາພ້ອມກັບຄຳຖາມທີ່ບໍ່ສິ້ນສຸດ, ໄອເດຍສ້າງສັນ ແລະ ໂອກາດໃນການຮ່ວມມື. ນັ້ນຄືເຫດຜົນທີ່ຊຸມຊົນ Facebook ຂອງພວກເຮົາທີ່ມີສະມາຊິກຫຼາຍກວ່າ 12,000 ຄົນ ກາຍເປັນແຫຼ່ງຂໍ້ມູນທີ່ມີຄ່າຢ່າງຍິ່ງ.
ບໍ່ວ່າທ່ານຈະກຳລັງຊອກຫາຄຳຕອບສຳລັບຄຳຖາມສະເພາະ, ຕ້ອງການຄຳແນະນຳເພື່ອປັບປຸງເວັບໄຊ, ຫຼື ຢາກຄົ້ນຫາວິທີໃໝ່ໆໃນການໃຊ້ເຄື່ອງມື Kadence, ຊຸມຊົນຂອງພວກເຮົາພ້ອມທີ່ຈະຊ່ວຍເຫຼືອ ແລະ ສ້າງແຮງບັນດານໃຈໃຫ້ທ່ານ.
- ເຂົ້າຮ່ວມກຸ່ມ Facebook Web Creator Community.
- ສະໝັກຮັບຂ່າວສານ Kadence WP newsletter ເພື່ອຮັບການອັບເດດ ແລະ ຂໍ້ມູນໃໝ່ໆ.
- ຟັງພອດແຄສຂອງພວກເຮົາ Kadence Beat ເຊິ່ງພວກເຮົາຈະມາຮ່ວມສຳຫຼວດກົນລະຍຸດການສ້າງເວັບໄຊນຳກັນ.
ເບິ່ງບົດຮຽນສອນການໃຊ້ງານຈາກນັກສ້າງຄອນເທັນທີ່ມັກ Kadence (ແລະ ພວກເຮົາຄິດວ່າທ່ານກໍຈະມັກຄືກັນ 🙂):
- ບົດຮຽນສອນ Kadence Blocks ໂດຍ StartBlogging101
- ຄູ່ມືການໃຊ້ Kadence ສໍາລັບມືໃໝ່ ໂດຍ CliftonWP
ຮັບສິ່ງດີໆເພີ່ມເຕີມຈາກ Kadence WP
ຍົກລະດັບປະສົບການການສ້າງໜ້າເວັບຂອງທ່ານໃຫ້ດີຂຶ້ນຕື່ມດ້ວຍ ບລັອກລຸ້ນ Pro ເພີ່ມເຕີມເຫຼົ່ານີ້:
* Advanced Query Loop (ການວົນຊ້ຳຄຳສັ່ງຂັ້ນສູງ)
* Advanced Slider (ສະໄລເດີຂັ້ນສູງ)
* Image Overlay (ຮູບພາບຊ້ອນທັບ)
* Modal (ກ່ອງປັອບອັບ)
* Post Grid/Carousel (ຕາຕະລາງ/ສະໄລເດີໂພສ)
* Product Carousel (ສະໄລເດີສິນຄ້າ)
* Repeater (ຕົວເຮັດຊ້ຳ)
* Split Content (ເນື້ອຫາແບບແບ່ງສ່ວນ)
* Video Popup (ວິດີໂອປັອບອັບ)
* …and more!
* …ແລະ ອື່ນໆອີກ!
Get over creative blocks and engage your viewers further with these Premium Features:
* Animate on Scroll
* Custom Icons
* Custom Fonts
* Dynamic Content
* Page Specific Scripts
* 800+ Design Library patterns
Power-up your WordPress site with the comprehensive Kadence WP suite:
* Start with the Kadence Theme for a flexible, fast, and lightweight foundation.
* Create personalized, professionally designed websites in minutes with pre-designed Starter Templates.
* Seamlessly integrate powerful WooCommerce capabilities through ShopKit.
* Upgrade your marketing strategy and boost revenue with Kadence Conversions.
* Create a custom library of templates on Kadence Pattern Hub and commoditize your design talents.
ເຄື່ອງມືແຕ່ລະຢ່າງຖືກອອກແບບມາໃຫ້ເຮັດວຽກຮ່ວມກັນຢ່າງລົງຕົວ, ເພື່ອໃຫ້ເປັນໂຊລູຊັ່ນຄົບວົງຈອນໃນການສ້າງ, ຈັດການ ແລະ ສ້າງຕົວຕົນອອນລາຍຂອງທ່ານໃຫ້ເຕີບໃຫຍ່ໄດ້ຢ່າງງ່າຍດາຍ.
ກ່ຽວກັບທີມງານ Kadence WP
ສະບາຍດີ! ພວກເຮົາແມ່ນ Kadence ແລະ ພວກເຮົາອາໄສຢູ່ໃນເມືອງ Missoula ທີ່ສວຍງາມ, ລັດ Montana. ພວກເຮົາຮູ້ສຶກຂອບໃຈໃນທຸກໆມື້ທີ່ໄດ້ອາໄສຢູ່ໃນໃຈກາງຂອງ Big Sky Country ບ່ອນທີ່ມີພູເຂົາຫຼວງຫຼາຍ ແລະ ແມ່ນໍ້າທີ່ໄຫຼຢ່າງເປັນທຳມະຊາດ. ຖ້າພວກເຮົາບໍ່ໄດ້ຂຽນໂຄ້ດ ຫຼື ຕອບຄຳຖາມຊ່ວຍເຫຼືອ, ທ່ານອາດຈະພົບພວກເຮົາຢູ່ໃນປ່າເລິກ ເພື່ອສຳຫຼວດ ແລະ ພັກຜ່ອນ. ພວກເຮົາເຊື່ອວ່າຊີວິດຄວນຈະໃຊ້ໃຫ້ຄຸ້ມຄ່າທີ່ສຸດ ແລະ ພວກເຮົາເຮັດໃຫ້ດີທີ່ສຸດໃນທຸກໆມື້. ທ່ານສາມາດສົ່ງຄຳຄິດເຫັນ ຫຼື ຄຳຖາມຜ່ານແບບຟອມຕິດຕໍ່ໄດ້ເລີຍ. ພວກເຮົາຍິນດີຮັບຟັງທຸກສິ່ງທີ່ທ່ານຢາກບອກ.
ໃນນາມແບຣນ, ພວກເຮົາສ້າງເຄື່ອງມື WordPress ທີ່ສະອາດ ແລະ ເປັນມືອາຊີບ ເຊິ່ງຊ່ວຍໃຫ້ທຸກຄົນສາມາດສ້າງເວັບໄຊທີ່ສວຍງາມໄດ້. ຊື່ຂອງພວກເຮົາແມ່ນການສະກົດຄຳທີ່ແຕກຕ່າງຂອງຄຳວ່າ “cadence” ເຊິ່ງໝາຍເຖິງ “ຈັງຫວະການໄຫຼຂອງສຽງ ຫຼື ຄຳສັບ: ຈັງຫວະຂອງພາສາ.”
ໄຟລ໌ຊອສໂຄ້ດ
ການຊ່ວຍເຫຼືອ
ຕ້ອງການການຊ່ວຍເຫຼືອບໍ? ທີມງານຜູ້ຊ່ຽວຊານຂອງພວກເຮົາພ້ອມທີ່ຈະຊ່ວຍເຫຼືອທ່ານໃນທຸກຄຳຖາມ. ກະລຸນາຕິດຕໍ່ພວກເຮົາຜ່ານ ແບບຟອມຊ່ວຍເຫຼືອ ເພື່ອຮັບຄຳແນະນຳທີ່ວ່ອງໄວ ແລະ ເປັນປະໂຫຍດ.
ນະໂຍບາຍຄວາມປອດໄພ
ການລາຍງານຂໍ້ຜິດພາດດ້ານຄວາມປອດໄພ
ກະລຸນາລາຍງານຂໍ້ຜິດພາດດ້ານຄວາມປອດໄພທີ່ພົບໃນຊອສໂຄ້ດຂອງປລັກອິນ Kadence Blocks ຜ່ານໂຄງການ Patchstack Vulnerability Disclosure Program https://patchstack.com/database/vdp/kadence-blocks. ທີມງານ Patchstack ຈະຊ່ວຍທ່ານໃນການກວດສອບ, ກຳນົດ CVE ແລະ ແຈ້ງໃຫ້ນັກພັດທະນາປລັກອິນນີ້ຊາບ.
ພາບໜ້າຈໍ
ບລັອກ
ປລັກອິນນີ້ມີ 16 ບລັອກ.
- Kadence Off Canvas Trigger Off Canvas trigger
- Tab
- Kadence Off Canvas Off Canvas block
- Kadence Advanced Form Checkbox
- Kadence Advanced Form Number
- Kadence Advanced Form Telephone
- Kadence Advanced Form Accept
- Kadence Advanced Form Date
- Kadence Advanced Form Select
- Kadence Advanced Form Email
- Kadence Advanced Form File
- Kadence Advanced Form Time
- Kadence Advanced Form Textarea
- Kadence Advanced Form Radio
- Kadence Advanced Form Text
- Kadence Advanced Form Hidden
ການຕິດຕັ້ງ
ຕິດຕັ້ງປລັກອິນລົງໃນໂຟນເດີ /wp-content/plugins/ ແລະ ກົດເປີດໃຊ້ງານ.
ຄຳຖາມທີ່ພົບເລື້ອຍ
-
Kadence Blocks ແມ່ນຫຍັງ ແລະ ມັນຈະຊ່ວຍໃຫ້ການໃຊ້ WordPress ດີຂຶ້ນແນວໃດ?
-
Kadence Blocks ແມ່ນບລັອກ Gutenberg ຂັ້ນສູງທີ່ຊ່ວຍຂະຫຍາຍຄວາມສາມາດຂອງຕົວແກ້ໄຂ WordPress. ມັນຊ່ວຍໃຫ້ທ່ານສ້າງເວັບໄຊທີ່ສວຍງາມ ແລະ ຮອງຮັບການສະແດງຜົນໃນທຸກໜ້າຈໍໄດ້ຢ່າງງ່າຍດາຍ.
-
Kadence Blocks ໃຊ້ຟຣີບໍ່?
-
ແມ່ນແລ້ວ, Kadence Blocks ເປັນປລັກອິນຟຣີທີ່ມີປະສິດທິພາບ ເຊິ່ງມີບລັອກ ແລະ ເຄື່ອງມືແບບກຳນົດເອງທີ່ຫຼາກຫຼາຍ. ນອກຈາກນັ້ນຍັງມີສ່ວນເສີມ Premium ສຳລັບຜູ້ທີ່ຕ້ອງການຄຸນສົມບັດເພີ່ມເຕີມ. ທ່ານສາມາດເບິ່ງລາຍລະອຽດການປຽບທຽບລະຫວ່າງ Kadence Blocks ແລະ Kadence Blocks Pro ໄດ້ໃນເວັບໄຊຂອງພວກເຮົາ.
-
ຂ້ອຍສາມາດໃຊ້ Kadence Blocks ກັບທິມ WordPress ທີ່ໃຊ້ຢູ່ນີ້ໄດ້ບໍ?
-
Absolutely! Kadence Blocks is designed to work seamlessly with most WordPress themes, enhancing your current design capabilities. We recommend using our free theme, Kadence Theme with 500,000+ active installs.
-
Kadence Blocks ມີຄຸນສົມບັດພິເສດຫຍັງແດ່?
-
Kadence Blocks offers plenty of unique, easy-to-use features like our Design Library which is complete with hundreds of unique patterns that can be tailored to your branding style. We offer advanced gallery options, configurable block defaults, and visibility controls for block settings.
-
Kadence Blocks ຮອງຮັບເນື້ອຫາໄດນາມິກສຳລັບເວັບໄຊຂອງຂ້ອຍບໍ?
-
ແມ່ນແລ້ວ, ສ່ວນເສີມ Pro ຂອງພວກເຮົາຮອງຮັບເນື້ອຫາໄດນາມິກ, ຊ່ວຍໃຫ້ທ່ານສ້າງເວັບໄຊທີ່ມີການໂຕ້ຕອບ ແລະ ມີການປ່ຽນແປງໄດ້ງ່າຍເມື່ອທ່ານອັບເກຣດເປັນ Pro. ໃຊ້ຟິວເມຕາຂອງທ່ານເອງຈາກ ACF ແລະ MetaBox ລວມທັງຟິວແບບກຳນົດເອງຈາກ WooCommerce, The Events Calendar ແລະ ປລັກອິນອື່ນໆ.
-
ມີບົດຮຽນສອນການໃຊ້ງານ Kadence Blocks ບໍ່?
-
ແມ່ນແລ້ວ, ພວກເຮົາມີບົດຮຽນທີ່ຫຼາກຫຼາຍເພື່ອຊ່ວຍໃຫ້ທ່ານໃຊ້ Kadence Blocks ໄດ້ຢ່າງເຕັມປະສິດທິພາບ. ເຂົ້າເບິ່ງ ສູນຊ່ວຍເຫຼືອ ຂອງພວກເຮົາສຳລັບຄຳແນະນຳແບບເປັນຂັ້ນຕອນ.
-
ຂ້ອຍສາມາດອັບເກຣດເປັນ Kadence Blocks Pro ເພື່ອຮັບຄຸນສົມບັດເພີ່ມເຕີມໄດ້ບໍ?
-
ແມ່ນແລ້ວ, ການອັບເກຣດເປັນ Kadence Blocks Pro ຈະປົດລັອກຄຸນສົມບັດ ແລະ ຄວາມສາມາດຂັ້ນສູງເພີ່ມເຕີມ. ກວດເບິ່ງ ການປຽບທຽບຄຸນສົມບັດ.
-
ຂ້ອຍສາມາດຮັບການຊ່ວຍເຫຼືອສຳລັບ Kadence Blocks ໄດ້ຢູ່ໃສ?
-
ທີມງານຜູ້ຊ່ຽວຊານຂອງພວກເຮົາພ້ອມທີ່ຈະຊ່ວຍເຫຼືອທ່ານໃນທຸກຄຳຖາມ. ກະລຸນາຕິດຕໍ່ພວກເຮົາຜ່ານ ແບບຟອມຊ່ວຍເຫຼືອ ເພື່ອຮັບຄຳແນະນຳທີ່ວ່ອງໄວ ແລະ ເປັນປະໂຫຍດ.
-
ຂ້ອຍສາມາດລາຍງານຂໍ້ຜິດພາດດ້ານຄວາມປອດໄພທີ່ພົບໃນປລັກອິນນີ້ໄດ້ຢູ່ໃສ?
-
ກະລຸນາລາຍງານຂໍ້ຜິດພາດດ້ານຄວາມປອດໄພທີ່ພົບໃນຊອສໂຄ້ດຂອງປລັກອິນ Kadence Blocks ຜ່ານໂຄງການ Patchstack Vulnerability Disclosure Program https://patchstack.com/database/vdp/kadence-blocks. ທີມງານ Patchstack ຈະຊ່ວຍທ່ານໃນການກວດສອບ, ກຳນົດ CVE ແລະ ແຈ້ງໃຫ້ນັກພັດທະນາປລັກອິນນີ້ຊາບ.
ການຣີວິວ
ຜູ້ຮ່ວມພັດທະນາ ແລະ ຜູ້ພັດທະນາ
“Kadence Blocks — ເຄື່ອງມືສ້າງໜ້າເວັບສຳລັບຕົວແກ້ໄຂ Gutenberg” ແມ່ນຊອຟແວໂອເພັນຊອດ (Open Source). ບຸກຄົນຕໍ່ໄປນີ້ໄດ້ມີສ່ວນຮ່ວມໃນການພັດທະນາປລັກອິນນີ້.
ຜູ້ຮ່ວມພັດທະນາ“Kadence Blocks — ເຄື່ອງມືສ້າງໜ້າເວັບສຳລັບຕົວແກ້ໄຂ Gutenberg” ໄດ້ຖືກແປເປັນ 16 ພາສາທ້ອງຖິ່ນ. ຂໍຂອບໃຈ ທີມງານຜູ້ແປ ສຳລັບການປະກອບສ່ວນຂອງເຂົາເຈົ້າ.
ແປ “Kadence Blocks — ເຄື່ອງມືສ້າງໜ້າເວັບສຳລັບຕົວແກ້ໄຂ Gutenberg” ເປັນພາສາຂອງເຈົ້າ.
ສົນໃຈຮ່ວມພັດທະນາບໍ່?
ເບິ່ງລະຫັດ, ກວດເບິ່ງ ຄັງເກັບ SVN, ຫຼື ຕິດຕາມ ບັນທຶກການພັດທະນາ ຜ່ານ RSS.
ບັນທຶກການປ່ຽນແປງ
3.7.5
Release Date: 1st June 2026
* Tweak: Pattern and Starter Template libraries now resolve an authorized license key (including unified Liquid Web licenses) when communicating with remote servers, so imports work for sites licensed through Liquid Web.
* Tweak: Update Harbor to 1.4 and centralize premium plugin detection so the Liquid Web Products page recognizes all active premium Kadence plugins.
3.7.4
Release Date: 29th May 2026
* Fix: Section/Row Layout Block – Flex Settings Direction, Alignment, and Vertical Alignment controls rendering as a text-alignment toolbar instead of their proper controls (regression in 3.7.3).
3.7.3
Release Date: 27th May 2026
* Fix: Advanced Form – reCAPTCHA v3, Turnstile, and hCaptcha tokens not regenerating after a successful submission, preventing subsequent form submissions.
* Fix: Table (Adv) Block – Column widths not respected when Column Headers are enabled.
* Fix: Custom color palette conflict with block themes (e.g. Blocksy) overriding Kadence color settings.
* Add: kadence_blocks_table_data_scope_attributes filter for customizing Table (Adv) header cell scope attributes.
3.7.2
Release Date: 13th May 2026
* Tweak: Update Harbor to 1.2.0, removing the Liquid Web Products page when there are no premium plugins present.
3.7.1
Release Date: 12th May 2026
* Tweak: Moved the Liquid Web menu item to Settings -> Liquid Web Products.
* Tweak: The Settings -> Liquid Web Products page now requires a opt-in to communicate with external servers.
3.7.0
Release Date: 11th May 2026
* Feature – Integrate with Nexcess Licensing and Portal.
3.6.7
Release Date: 8th April 2026
* Fix: Fatal TypeError in Optimizer meta handler during WooCommerce product meta updates.
* Fix: Fatal Error when updating Kadence Blocks.
3.6.6
Release Date: 11th March 2026
* Fix: Advanced Headers – Sticky Headers render incorrectly, causing a shift/jump
* Fix: Unable to write number in infobox when animation is enabled
3.6.5
Release Date: 25rd February 2026
* Fix: Kadence Performance Optimizer Database Index Size Error
* Fix: Text (Adv) Block: Content misaligned when 400% zoom is applied.
* Fix: Text (Adv) Block: Dynamic content announced incorrectly
* Fix: Text (Adv) Block: Animation does not respect prefers-reduced-motion.
* Fix: Animate on Scroll: Animation does not respect prefers-reduced-motion.
* Fix: Table (Adv) Block – Table Cells do not have closing HTML Tags in Raw HTML .
* Fix: Gallery(Adv) carousel not working inside Ultimate Menu custom content (via Elements).
* Fix: Height issues on Sticky Header
3.6.4
ວັນທີປ່ອຍ: 23 ກຸມພາ 2026
* ແກ້ໄຂ: ອັບເດດການອະນຸຍາດໃນ image rest endpoints.
3.6.3
Release Date: 11th February 2026
* Fix: The “Make Parent of Current Menu Item Active” Setting is always active | Navigation (Adv)
* Fix: Row Layout Custom CSS formatting breaks when exporting/importing Advanced Header Blocks
* Fix: Modal content is not showing WP patterns when aligned to left or right
* Add: Aria-label options for the Table(Adv) block
* Update: Show More: Button is not keyboard operable
* Update: Show More: Hidden content accessible via keyboard
* Update: Show More: Hidden elements are exposed to screen readers
* Update: Countdown: Missing Pause button for Animated element longer than 5 seconds
* Fix: Countdown: Status message not announced by screen readers
* Fix: Countdown missing timer role
* Fix: Navigation Submenu hides right away when spacing is added
* Add: Overlay Color settings to Nav Link Images
3.6.2
ວັນທີປ່ອຍ: 5 ກຸມພາ 2026
* ແກ້ໄຂ: ປັບປຸງການອະນຸຍາດອັບໂຫຼດສື່ສຳລັບບາງບົດບາດຜູ້ໃຊ້ໃຫ້ຖືກຕ້ອງ
* ແກ້ໄຂ: ບໍ່ໃຫ້ຕົວເພີ່ມປະສິດທິພາບ (optimizer) ເຮັດວຽກເມື່ອຢູ່ໃນ WP CLI
3.6.1
ວັນທີປ່ອຍ: 29 ມັງກອນ 2026
* ແກ້ໄຂ: ບັນຫາບລັອກໄອຄອນໃນ shop kit product tabs
* ແກ້ໄຂ: ພື້ນຫຼັງ/ຫົວຂໍ້ຂອງ Table(Adv) ບໍ່ເຮັດວຽກເມື່ອຢູ່ໃນ Row/Section
* ແກ້ໄຂ: Design Library ບາງຄັ້ງບໍ່ສະແດງຕົວຢ່າງ
* ແກ້ໄຂ: Text Domain ຜິດພາດໃນ class-kadence-header-cpt.php
* ແກ້ໄຂ: ເພີ່ມການກວດສອບຄ່າ null ສຳລັບ contentTab ໃນ kt-tabs.js
* ແກ້ໄຂ: ບັນຫາການຊິ້ງຂໍ້ມູນການແປຮູບພາບລະຫວ່າງ WPML ແລະ ACF
* ແກ້ໄຂ: ລິ້ງໃນ Advanced Heading ແລະ Buttons Block ບໍ່ສາມາດແປໄດ້
* ແກ້ໄຂ: Kadence Blocks ຂັດຂວາງການໂຫຼດໜ້າ Appearance > Widgets
3.6.0
ວັນທີປ່ອຍ: 22 ມັງກອນ 2026
* ໃໝ່: ສ່ວນຂະຫຍາຍຕົວເພີ່ມປະສິດທິພາບຄວາມໄວ (Performance optimizer). ເປີດໃຊ້ງານໄດ້ໃນການຕັ້ງຄ່າ Kadence blocks ໃນຕົວແກ້ໄຂ gutenberg.
* ແກ້ໄຂ: ການກວດສອບການອະນຸຍາດໃນ Block Patterns API
3.5.32
ວັນທີປ່ອຍ: 15 ມັງກອນ 2026
* ອັບເດດ: ເລີ່ມຍົກເລີກບລັອກແບບຟອມແບບເກົ່າ (classic form) – ເຊື່ອງໃນຕົວເລືອກບລັອກ ແຕ່ຍັງຄົງໃຊ້ງານບລັອກເກົ່າທີ່ມີຢູ່ໄດ້
* ແກ້ໄຂ: ການຕັ້ງຄ່າ “Slide In From” ໃນແຜງ Off Canvas ບໍ່ສະແດງຜົນໃນມືຖື
* ແກ້ໄຂ: ລຳດັບການຍຸບໃນມືຖືບໍ່ເຮັດວຽກເມື່ອໃຊ້ Reverse
* ແກ້ໄຂ: ຄ່າຕັ້ງລ່ວງໜ້າຂອງເງົາ (Box shadow) ຫາຍໄປສຳລັບບລັອກ infobox
* ແກ້ໄຂ: ໄລຍະຫ່າງສະແດງຜົນໃນ Text (Adv) ເມື່ອເລືອກສີພື້ນຫຼັງຜ່ານ swatch ເທົ່ານັ້ນ
* ແກ້ໄຂ: ສີກຳນົດເອງຂອງ Kadence Blocks ບໍ່ມີໃຫ້ເລືອກໃນຂະນະທີ່ແກ້ໄຂ Patterns
* ແກ້ໄຂ: Lightbox ບໍ່ເຮັດວຽກໃນ Slider, Carousel ແລະ Fluid Carousel
* ແກ້ໄຂ: Gallery (Adv) slider: ປຸ່ມຄວບຄຸມລູກສອນ ແລະ ຈຸດ ຖືກລະເລີຍໃນໜ້າເວັບ
3.5.31
ວັນທີປ່ອຍ: 9 ມັງກອນ 2026
* ແກ້ໄຂ: ບັນຫາໄລຍະຫ່າງ (padding) ໃນ adv highlight
3.5.30
ວັນທີປ່ອຍ: 8 ມັງກອນ 2026
* ເພີ່ມ: ເຄື່ອງມືປ່ຽນແບບຟອມຂັ້ນສູງແບບເກົ່າເປັນບລັອກແບບຟອມໃໝ່
* ເພີ່ມ: ຮູບແບບຮູບພາບໃນແຖວ (inline image) ສຳລັບບລັອກ Heading (adv)
* ແກ້ໄຂ: ບັນຫາສະໄລເດີບາງອັນລວມທັງ gallery (adv) ບໍ່ເຮັດວຽກເມື່ອຢູ່ໃນບລັອກ loop ອື່ນໆ
* ແກ້ໄຂ: ບັນຫາໄລຍະຫ່າງດ້ານຊ້າຍຂອງບລັອກ Testimonial
* ແກ້ໄຂ: ບັນຫາແຖບຄວາມຄືບໜ້າໃນ Safari
* ແກ້ໄຂ: ຈານສີເສີມຂອງທິມບໍ່ສະແດງຜົນຖືກຕ້ອງໃນບາງສ່ວນຂອງຕົວແກ້ໄຂ
* ແກ້ໄຂ: ບັນຫາໄລຍະຫ່າງຂອງໄອຄອນໃນບລັອກຂໍ້ຄວາມ
* ແກ້ໄຂ: ການຕັ້ງຄ່າສີຂໍ້ຄວາມແບບ outline ຂອງ Button (Adv) ບໍ່ເຮັດວຽກໃນ Kadence Theme ເມື່ອຖືກຄລິກແລ້ວ
3.5.29
ວັນທີປ່ອຍ: 3 ທັນວາ 2025
* ອັບເດດ: ປັບປຸງການຮອງຮັບ WordPress 6.9.
3.5.28
ວັນທີປ່ອຍ: 2 ທັນວາ 2025
* ອັບເດດ: ປັບປຸງການຮອງຮັບ WordPress 6.9.
3.5.27
ວັນທີປ່ອຍ: 6 ພະຈິກ 2025
* ອັບເດດ: ເພີ່ມການຮອງຮັບຮູບແບບປຸ່ມສຳຮອງ (secondary button) ຂອງ Kadence Theme
* ອັບເດດ: ລາຍຊື່ Google Fonts
3.5.26
ວັນທີປ່ອຍ: 24 ຕຸລາ 2025
* ແກ້ໄຂ: ສີໄອຄອນ Accordion ຕອນເອົາເມົ້າໄປຊີວ
3.5.25
ວັນທີປ່ອຍ: 23 ຕຸລາ 2025
* ອັບເດດ: ຕັ້ງຄ່າເລີ່ມຕົ້ນໃຫ້ແທັບຈັດການ headers ບໍ່ສະແດງຜົນ ແລະ ເພີ່ມການຕັ້ງຄ່າເພື່ອຄວບຄຸມການສະແດງຜົນ
* ອັບເດດ: ປັບປຸງການຮອງຮັບບລັອກ Count up ແລະ Count down ໃນ Slider
* ແກ້ໄຂ: Turnstile Kadence Captcha ຂັດຂວາງການສັ່ງຊື້ສິນຄ້າ
* ແກ້ໄຂ: ການຍຸບແຖວໃນມືຖື (Row Layout Mobile Collapse) ບໍ່ເຮັດວຽກຖືກຕ້ອງ
3.5.24
ວັນທີປ່ອຍ: 10 ຕຸລາ 2025
* ແກ້ໄຂ: ບັນຫາຮູບແບບຫົວຂໍ້ accordion ໃນສ່ວນ active ແລະ hover selectors
3.5.23
ວັນທີປ່ອຍ: 9 ຕຸລາ 2025
* ອັບເດດ: ສາລະບານ (Table of Contents) ຈະລະເລີຍຫົວຂໍ້ທີ່ຖືກເຊື່ອງໄວ້ຕາມເງື່ອນໄຂ
* ອັບເດດ: ເພີ່ມ tabindex ໃຫ້ກັບ tippy tooltips ແລະ ອັບເດດ role ໃຫ້ເປັນ tooltip
* ອັບເດດ: ຕົວເລືອກຂະໜາດໄຟລ໌ອັບໂຫຼດໃນແບບຟອມຂັ້ນສູງໃຫ້ສູງສຸດຕາມຂີດຈຳກັດຂອງ PHP
* ອັບເດດ: ເພີ່ມການຮອງຮັບໄຟລ໌ຮູບພາບ Webp ໃນການອັບໂຫຼດແບບຟອມຂັ້ນສູງ
* ແກ້ໄຂ: ບັນຫາບລັອກແທັບທີ່ຊ້ອນກັນ
* ແກ້ໄຂ: ສີຕອນເອົາເມົ້າໄປຊີວໃນສ່ວນທີ່ຊ້ອນກັນໃນຕົວແກ້ໄຂ
* ແກ້ໄຂ: ຕົວຄວບຄຸມ Kadence Blocks ໃຫ້ໃຊ້ຕົວເລືອກຈານສີກຳນົດເອງເທົ່ານັ້ນ
* ແກ້ໄຂ: ເພີ່ມຄວາມຊັດເຈນໃຫ້ກັບຮູບແບບບລັອກ Accordion ເພື່ອແກ້ໄຂບັນຫາໃນທິມ FSE
* ແກ້ໄຂ: ຄວາມສູງຂອງບລັອກໂພສໃຫ້ເທົ່າກັນ
3.5.22
ວັນທີປ່ອຍ: 25 ກັນຍາ 2025
* ແກ້ໄຂ: ເອົາເງົາຂອງເມນູຍ່ອຍອອກເມື່ອຖືກປິດໃຊ້ງານ
* ອັບເດດ: ເມື່ອເປີດໃຊ້ prefers-reduced-motion, ບລັອກ Countup ຈະສະແດງສະເພາະຄ່າສຸດທ້າຍ
* ອັບເດດ: ປັບປຸງໂຄງສ້າງ div ດ້ານນອກຂອງ Gallery tiles ໃຫ້ເປັນ ul ເພື່ອໃຫ້ກົງກັບ markup ດ້ານໃນ
3.5.21
ວັນທີປ່ອຍ: 18 ກັນຍາ 2025
* ອັບເດດ: ເພີ່ມການຮອງຮັບການສະແດງຜົນຕາມເງື່ອນໄຂ (ຄຸນສົມບັດ pro) ສຳລັບ accordion, tab ແລະ testimonial
* ແກ້ໄຂ: ບັນຫາ text domain ບາງຈຸດ
3.5.20
ວັນທີປ່ອຍ: 11 ກັນຍາ 2025
* ແກ້ໄຂ: ການສະແດງຜົນໄຟລ໌ Lottie ໃນຕົວແກ້ໄຂ
* ແກ້ໄຂ: ການວາງຂໍ້ຄວາມໃນບລັອກຂໍ້ຄວາມຂັ້ນສູງເມື່ອມີເນື້ອຫາຢູ່ແລ້ວ
* ແກ້ໄຂ: ລາຍການຂະໜາດຮູບພາບບໍ່ສະແດງໃນຕອນທຳອິດສຳລັບຮູບພື້ນຫຼັງໃນ row layout
3.5.19
ວັນທີປ່ອຍ: 28 ສິງຫາ 2025
* ເພີ່ມ: ການຕັ້ງຄ່າສີຫົວຂໍ້ຍ່ອຍສຳລັບບລັອກ Tabs
* ເພີ່ມ: ຟອນກຳນົດເອງທີ່ເພີ່ມຜ່ານຟິວເຕີ ດຽວນີ້ຮອງຮັບປ້າຍຊື່ (labels) ແລ້ວ
* ແກ້ໄຂ: ບັນຫາສີເສັ້ນຂອບໃນຕົວແກ້ໄຂ
* ແກ້ໄຂ: Tooltips ຈະພິກດ້ານອັດຕະໂນມັດເມື່ອບໍ່ມີພື້ນທີ່ພຽງພໍໃນການສະແດງຜົນ
3.5.18
ວັນທີປ່ອຍ: 19 ສິງຫາ 2025
* ອັບເດດ: ປັບປຸງຄຸນລັກສະນະ aria ຂອງແບບຟອມ
* ອັບເດດ: ປັບປຸງຄຸນລັກສະນະ aria ຂອງແທັບ
* ແກ້ໄຂ: ຄ່າເລີ່ມຕົ້ນຂອງບລັອກບໍ່ຖືກນຳໃຊ້ກັບບລັອກໃໝ່
3.5.17
ວັນທີປ່ອຍ: 14 ສິງຫາ 2025
* ເພີ່ມ: ຕົວເລືອກສະແດງໄອຄອນໃນປຸ່ມເມື່ອເອົາເມົ້າໄປຊີວ
* ເພີ່ມ: ຮອງຮັບ Mosaic gallery ສຳລັບຄຸນສົມບັດ pro
* ເພີ່ມ: ຕົວເລືອກຕັ້ງຄ່າ autofill ໃນຊ່ອງຂໍ້ມູນຂອງແບບຟອມຂັ້ນສູງ
* ເພີ່ມ: ປຸ່ມຢຸດຊົ່ວຄາວສຳລັບສະໄລເດີທີ່ຫຼິ້ນອັດຕະໂນມັດ
* ອັບເດດ: ປັບປຸງໃຫ້ແຜ່ນສະໄລເດີເປັນລາຍການລຳດັບ (list items) ທີ່ຖືກຕ້ອງຕາມຫຼັກ semantic
* ອັບເດດ: ປັບປຸງໃຫ້ກຸ່ມຄຳນິຍົມເປັນລາຍການລຳດັບທີ່ຖືກຕ້ອງຕາມຫຼັກ semantic
* ອັບເດດ: ເອົາ “aria-hidden=”true”” ອອກຈາກຫົວຂໍ້ໂພສໃນບລັອກ Post Loop
* ອັບເດດ: ໃຫ້ເຄື່ອງອ່ານໜ້າຈໍແຈ້ງເຕືອນເມື່ອສົ່ງແບບຟອມສຳເລັດ
* ອັບເດດ: ເຮັດໃຫ້ຂໍ້ຄວາມແຈ້ງເຕືອນຂໍ້ຜິດພາດສະແດງຄ້າງໄວ້ໃນບລັອກແບບຟອມ
* ອັບເດດ: ປັບປຸງການແຈ້ງເຕືອນຂໍ້ຜິດພາດສຳລັບເຄື່ອງອ່ານໜ້າຈໍ (ໃນແບບຟອມຂັ້ນສູງ)
* ອັບເດດ: ປັບປຸງອັດຕາສ່ວນຄວາມຄົມຊັດຂອງລູກສອນສະໄລເດີ
* ອັບເດດ: ປັບປຸງການເຂົ້າເຖິງຂອງການໃຫ້ຄະແນນດາວໃນບລັອກຄຳນິຍົມ
* ອັບເດດ: ປ່ຽນຂໍ້ຄວາມຄຳນິຍົມໃຫ້ເປັນ blockquote ທີ່ຖືກຕ້ອງຕາມຫຼັກ semantic
* ອັບເດດ: ປັບປຸງການເຂົ້າເຖິງສຳລັບປ້າຍຊື່ບລັອກໂພສ
* ອັບເດດ: ປັບປຸງການເຮັດວຽກຂອງສະໄລເດີເມື່ອມີການຂະຫຍາຍໜ້າຈໍສູງ
* ແກ້ໄຂ: ສີໄອຄອນໃນບລັອກຄົ້ນຫາ
* ແກ້ໄຂ: ປ່ຽນເນື້ອຫາຄຳນິຍົມເປັນ blockquote ເພື່ອການເຂົ້າເຖິງທີ່ດີຂຶ້ນ
* ແກ້ໄຂ: ຕັກກະການນັບຖອຍຫຼັງສຳລັບການເຮັດຊ້ຳແບບລາຍວັນ ແລະ ລາຍອາທິດ
* ແກ້ໄຂ: Text domain ຜິດພາດໃນບລັອກຄົ້ນຫາ
* ແກ້ໄຂ: ຊື່ class ຜິດພາດໃນບລັອກຫົວຂໍ້
* ແກ້ໄຂ: ບັນຫາໄລຍະຫ່າງໃນແທັບເລັດ/ມືຖື ຂອງບລັອກ Row Layout
* ແກ້ໄຂ: ບລັອກເມນູນຳທາງທີ່ຊ້ອນກັນເຮັດວຽກບໍ່ຖືກຕ້ອງໃນ Dashboard > Kadence > Navigations
* ແກ້ໄຂ: ວັນທີເຮັດຊ້ຳໃນບລັອກນັບຖອຍຫຼັງຜິດພາດໃນບາງກໍລະນີ
* ແກ້ໄຂ: ບັນຫາສີໄອຄອນໃນບລັອກຄົ້ນຫາ
* ແກ້ໄຂ: ການຕັ້ງຄ່າການສະແດງຕົວຢ່າງເມນູຍ່ອຍສຳລັບການຊີວເພື່ອເປີດ
3.5.16
ວັນທີປ່ອຍ: 28 ກໍລະກົດ 2025
* ແກ້ໄຂ: ບລັອກແບບຟອມແບບເກົ່າທີ່ສ້າງຫຼັງເວີຊັນ 3.5.13 ບໍ່ປະມວນຜົນການສົ່ງຂໍ້ມູນ
3.5.15
ວັນທີປ່ອຍ: 23 ກໍລະກົດ 2025
* ແກ້ໄຂ: ລິ້ງກຳນົດເອງຂອງ Mosaic gallery ໃນຕົວແກ້ໄຂ
* ແກ້ໄຂ: ຄ່າເລີ່ມຕົ້ນຂອງບລັອກບໍ່ຖືກນຳໃຊ້ກັບບລັອກໃໝ່
* ແກ້ໄຂ: ເພີ່ມການຮອງຮັບລິ້ງໃນບລັອກຂໍ້ຄວາມຂັ້ນສູງໃນບາງເທັມເພລດ
3.5.14
ວັນທີປ່ອຍ: 15 ກໍລະກົດ 2025
* ແກ້ໄຂ: ບັນຫາການແກ້ໄຂ Kadence blocks ໃນສ່ວນວິດເຈັດ
3.5.13
ວັນທີປ່ອຍ: 15 ກໍລະກົດ 2025
* ເພີ່ມ: ຄວາມສາມາດໃນການຕົບແຕ່ງຈຸດ ແລະ ລູກສອນໃນບລັອກ Slider
* ເພີ່ມ: ຂໍ້ຄວາມແຈ້ງເຕືອນກ່ຽວກັບການຮອງຮັບຂອງບຣາວເຊີສຳລັບການຕັ້ງຄ່າຂໍ້ຄວາມແນວຕັ້ງໃນບລັອກຂໍ້ຄວາມຂັ້ນສູງ
* ແກ້ໄຂ: ປັບປຸງປະສິດທິພາບຂອງບລັອກໃນຕົວແກ້ໄຂ
* ແກ້ໄຂ: ບັນຫາເມື່ອເພີ່ມປຸ່ມສົ່ງແບບຟອມຂັ້ນສູງໃນຕົວແກ້ໄຂ
* ແກ້ໄຂ: ບັນຫາເມນູຍ່ອຍຖືກຕັດເມື່ອໃຊ້ backdrop filter ໃນບລັອກ Header
* ແກ້ໄຂ: ການສະແດງຜົນ dom ທີ່ຜິດພາດໃນບລັອກ Gallery ໃນບາງກໍລະນີ
* ແກ້ໄຂ: ຮູບແບບເສັ້ນຂັ້ນໃນໜ້າເວັບສຳລັບບລັອກນັບຖອຍຫຼັງ
* ແກ້ໄຂ: ຮອງຮັບ anchor attribute ສຳລັບບລັອກເມນູນຳທາງ ແລະ ລິ້ງນຳທາງ
* ແກ້ໄຂ: ຄ່າລ້າງການຕັ້ງຄ່າລັດສະໝີເສັ້ນຂອບ (Border radius) ສຳລັບບລັອກ Advanced Header
3.5.12
ວັນທີປ່ອຍ: 2 ກໍລະກົດ 2025
* ອັບເດດ: ຮູບແບບໂຟກັສຂອງຕົວເປີດ off canvas ໃນບລັອກ Header
* ແກ້ໄຂ: ໄລຍະຫ່າງດ້ານລຸ່ມເລີ່ມຕົ້ນຂອງລາຍການໄອຄອນ
* ແກ້ໄຂ: ການສະແດງຕົວຢ່າງຟອນ, ຂະໜາດຕົວເລກ ແລະ ຄວາມສູງແຖວໃນຕົວແກ້ໄຂສຳລັບບລັອກ Count Up
* ແກ້ໄຂ: ເນື້ອຫາໃນບລັອກ Testimonial ເມື່ອມີການຄັດລອກ/ວາງຮູບແບບ
* ແກ້ໄຂ: ຄຳເຕືອນວ່າເນື້ອຫາບໍ່ກົງກັບເທັມເພລດໃນຂະນະທີ່ແກ້ໄຂໂພສເມນູນຳທາງ
* ແກ້ໄຂ: ບັນຫາບໍ່ສາມາດເພີ່ມແຖວໃໝ່ເມື່ອບລັອກຕາຕະລາງຢູ່ໃນ section
3.5.11
ວັນທີປ່ອຍ: 19 ມິຖຸນາ 2025
* ເພີ່ມ: ຮູບແບບຂໍ້ຄວາມສຳລັບເຄື່ອງອ່ານໜ້າຈໍໃນບລັອກຂໍ້ຄວາມຂັ້ນສູງ
* ເພີ່ມ: ໄອຄອນເຄືອຂ່າຍສັງຄົມເພີ່ມເຕີມ
* ແກ້ໄຂ: ສີຂອງຕົວເລືອກໃນແບບຟອມສຳລັບ Windows
* ແກ້ໄຂ: ການຈັດວາງແນວຕັ້ງຕາມຂະໜາດໜ້າຈໍໃນບລັອກ Section
* ແກ້ໄຂ: ຕົວຄວບຄຸມການຮອງຮັບໜ້າຈໍບໍ່ເຮັດວຽກໃນຕົວແກ້ໄຂວິດເຈັດ
* ແກ້ໄຂ: ແກ້ໄຂ URL ສົ່ງຕໍ່ໃນບລັອກນັບຖອຍຫຼັງ
3.5.10
ວັນທີປ່ອຍ: 5 ມິຖຸນາ 2025
* ເພີ່ມ: ຄວາມສາມາດໃນການປັບແຕ່ງຈຸດປ່ຽນ (breakpoint) ສຳລັບການສະແດງຜົນ advanced header ໃນມືຖື
* ແກ້ໄຂ: ລິ້ງທີ່ໃຊ້ບໍ່ໄດ້ໃນຂະນະທີ່ອັບໂຫຼດໄອຄອນກຳນົດເອງ
* ແກ້ໄຂ: ຄວາມກວ້າງຂອງປຸ່ມສົ່ງແບບຟອມຂັ້ນສູງເມື່ອເປີດໃຊ້ການສືບທອດຮູບແບບ
* ແກ້ໄຂ: ລິ້ງທີ່ຖືກປິດໃຊ້ງານໃນບລັອກເມນູນຳທາງໃຫ້ບຣາວເຊີສາມາດຄົ້ນຫາໄດ້ (crawlable)
3.5.9
ວັນທີປ່ອຍ: 29 ພຶດສະພາ 2025
* ແກ້ໄຂ: ການສະແດງຕົວຢ່າງຂະໜາດໄອຄອນສຳລັບບລັອກ Infobox
* ອັບເດດ: ຄ່າ aria-label ເລີ່ມຕົ້ນສຳລັບຊ່ອງຄົ້ນຫາ
* ແກ້ໄຂ: ຂະໜາດໄຟລ໌ຮູບພາບໃນການຕັ້ງຄ່າເລີ່ມຕົ້ນຂອງບລັອກຮູບພາບ
* ແກ້ໄຂ: ບັນຫາການເຂົ້າເຖິງຂອງລາຍການໃນ Mosaic (pro) gallery
* ແກ້ໄຂ: ຄວາມສູງແຖວເລີ່ມຕົ້ນ ແລະ ການລ້າງຄ່າຂອງ Mosaic (pro) gallery
* ແກ້ໄຂ: ບັນຫາການລົ້ນ (overflow) ຂອງ Gallery fluid carousel ເມື່ອກຳນົດໄລຍະຫ່າງ
3.5.8
ວັນທີປ່ອຍ: 15 ພຶດສະພາ 2025
* ເພີ່ມ: ລັດສະໝີເສັ້ນຂອບຮູບພາບໃນບລັອກ post grid/carousel
* ເພີ່ມ: ຕົວເລືອກການສະແດງຜົນລົ້ນສຳລັບບລັອກ gallery
* ແກ້ໄຂ: ປັບປຸງການປ່ຽນຂະໜາດຮູບພາບເມື່ອຍໍ້ແຖວໃນ advanced header
* ແກ້ໄຂ: ບັນຫາ sticky sections ເມື່ອເປີດໃຊ້ backdrop filter
* ແກ້ໄຂ: ສີຂອງເຄື່ອງໝາຍດອກຈັນສຳລັບຊ່ອງທີ່ຈຳເປັນໃນແບບຟອມຂັ້ນສູງເມື່ອໃຊ້ຈານສີ
* ແກ້ໄຂ: HTML anchor ສຳລັບ advanced header ບໍ່ສະແດງຜົນໃນໜ້າເວັບ
* ແກ້ໄຂ: ຄວາມກວ້າງສູງສຸດຂອງ advanced header ຖືກຈຳກັດທີ່ 600px
* ແກ້ໄຂ: ການຈັດວາງບລັອກ Vector ເມື່ອຢູ່ໃນ section
* ແກ້ໄຂ: ການຈັດວາງ ແລະ ຄວາມກວ້າງສູງສຸດຂອງແຖບຄວາມຄືບໜ້າແບບວົງມົນ
* ແກ້ໄຂ: ບັນຫາການສະແດງຜົນລົ້ນໃນບາງ mega menus
3.5.7
ວັນທີປ່ອຍ: 5 ພຶດສະພາ 2025
* ອັບເດດ: ປັບປຸງປະສິດທິພາບຂອງ design library
* ອັບເດດ: ແກ້ໄຂການນຳເຂົ້າແບບຟອມຂັ້ນສູງ
* ອັບເດດ: ປັບປຸງແຄັດ (cache) ຂອງການຮ້ອງຂໍ is_authorized
3.5.6
ວັນທີປ່ອຍ: 1 ພຶດສະພາ 2025
* ອັບເດດ: ເຊື່ອມຕໍ່ສີໝວດໝູ່ໂພສກຳນົດເອງກັບບລັອກທີ່ກ່ຽວຂ້ອງ (posts, post grid)
* ການປັບປຸງ: ປັບປຸງການນຳທາງ, ການກອງ ແລະ ການຈັດລຽງໃນ design library
* ແກ້ໄຂ: ຊ່ອງ CC ທີ່ຂັ້ນດ້ວຍຈຸດຈຸດ (comma) ບໍ່ສົ່ງຫາຜູ້ໃຊ້ຫຼາຍຄົນ
* ແກ້ໄຂ: ໂລໂກ້ແບບໂປ່ງໃສກັບຄືນເປັນໂລໂກ້ເລີ່ມຕົ້ນຫຼັງຈາກເລື່ອນຂຶ້ນເມື່ອເປີດໃຊ້ Sticky Header
* ແກ້ໄຂ: ການຈັດວາງຂໍ້ຄວາມໃນໜ້າເວັບພາຍໃນບລັອກຕາຕະລາງ
3.5.5
ວັນທີປ່ອຍ: 28 ເມສາ 2025
* ແກ້ໄຂ: ເພີ່ມການກວດສອບຄວາມປອດໄພໃນການເລືອກຮັບ/ບໍ່ຮັບຂໍ້ມູນ telemetry
3.5.4
ວັນທີປ່ອຍ: 25 ເມສາ 2025
* ແກ້ໄຂ: ຄວາມສູງຂອງບລັອກປຸ່ມເມື່ອວາງຊ້ອນກັນໃນແນວຕັ້ງພາຍໃນ section ໃນບາງກໍລະນີ
* ແກ້ໄຂ: ລັດສະໝີເສັ້ນຂອບດ້ານເທິງຊ້າຍຂອງ Navigation (Adv) ໃນສະຖານະ active ບໍ່ສະແດງຜົນ
* ແກ້ໄຂ: ໄລຍະຫ່າງ (padding) ຂອງ Video Popup ໃນແທັບເລັດ ແລະ ຄອມພິວເຕີ ບໍ່ກົງກັບໜ້າເວັບ
* ອັບເດດ: Aria roles ຂອງ Tooltips ແລະ Progress Bar (ຮູບດາວ) ເພື່ອການເຂົ້າເຖິງທີ່ດີຂຶ້ນ
3.5.3
ວັນທີປ່ອຍ: 17 ເມສາ 2025
* ເພີ່ມ: ການຄັດລອກ/ວາງໃນຂໍ້ຄວາມຂັ້ນສູງ ດຽວນີ້ຈະເຮັດວຽກຄືກັບບລັອກຫຍໍ້ໜ້າເມື່ອຕັ້ງເປັນຄ່າເລີ່ມຕົ້ນ
* ແກ້ໄຂ: ປຸ່ມຫົວຂໍ້ Accordion ຈະບໍ່ສືບທອດເງົາຈາກທິມໃນສະຖານະ active ອີກຕໍ່ໄປ
* ແກ້ໄຂ: Design Library ຈະຖືກເຊື່ອງໃນ Row Layout ເມື່ອຖືກຕັ້ງຄ່າເຊື່ອງໃນ block visibility
* ແກ້ໄຂ: ຄວາມສູງຄໍລຳດ້ານໃນຂອງ Row layout ໃຫ້ເປັນ 100% ໃນມືຖື/ແທັບເລັດ ເມື່ອໃນຄອມພິວເຕີຖືກຍຸບເປັນແຖວ
* ແກ້ໄຂ: ຄຳເຕືອນ PHP ໃນບລັອກສາລະບານໃນບາງກໍລະນີ
* ແກ້ໄຂ: ເມນູຍ່ອຍແນວຕັ້ງຂອງ Advanced nav ທີ່ບໍ່ຍຸບໃນແທັບເລັດ ແລະ ມືຖື
* ແກ້ໄຂ: ໜ້າຕ່າງອັບໂຫຼດແອນິເມຊັນ Lottie ຫາຍໄປໃນຂະນະທີ່ກຳນົດອັບໂຫຼດ
3.5.2
ວັນທີປ່ອຍ: 16 ເມສາ 2025
* ແກ້ໄຂ: ບັນຫາຂະໜາດປຸ່ມໃນ WP 6.8
3.5.1
ວັນທີປ່ອຍ: 3 ເມສາ 2025
* ເພີ່ມ: ຕົວເລືອກຄ່າຕັ້ງລ່ວງໜ້າສຳລັບເງົາ (box shadow)
* ເພີ່ມ: ສັນຍະລັກບອກໃນບລັອກທີ່ມີການໃຊ້ CSS ແບບກຳນົດເອງໃນຕົວແກ້ໄຂ
* ແກ້ໄຂ: ການໂຟກັສໃນຊ່ອງຂໍ້ຄວາມ (Adv) ເມື່ອຖືກເລືອກ ຫຼື ແຊກ
* ແກ້ໄຂ: ຄຳອະທິບາຍພາບໃນ gallery lightbox ເມື່ອມີລິ້ງໃນຂໍ້ຄວາມ
* ແກ້ໄຂ: Advanced navigation ໃນ footer ບໍ່ສືບທອດຮູບແບບຈາກການຕັ້ງຄ່າ
* ແກ້ໄຂ: ເພີ່ມ aria-required ໃຫ້ກັບຊ່ອງຂໍ້ມູນທີ່ຈຳເປັນໃນບລັອກແບບຟອມເກົ່າ
* ແກ້ໄຂ: FAQ schema ໃນ accordions ທີ່ມີ CSS
* ແກ້ໄຂ: ເພີ່ມ aria-label ໃຫ້ກັບ Gallery carousels
* ແກ້ໄຂ: ການອັບເດດຄວາມໂປ່ງໃສຂອງເງົາຂໍ້ຄວາມໃນບລັອກຂໍ້ຄວາມຂັ້ນສູງ
3.5.0
ວັນທີປ່ອຍ: 18 ມີນາ 2025
* ເພີ່ມ: ບລັອກພາບປະກອບເວັກເຕີ (Vector Illustration Block)
* ເພີ່ມ: ຄຸນສົມບັດຄົ້ນຫາໄອຄອນສຳລັບບລັອກໄອຄອນ
* ເພີ່ມ: ເມນູຍ້າຍແທັບໃນແຖບເຄື່ອງມືຂອງບລັອກ Tabs
* ເພີ່ມ: ຮອງຮັບພາສາ ໂຄຣເອເຊຍ, ເອສໂຕເນຍ, ໂປແລນ ແລະ ສະໂລວັກ ໃນ Kadence AI
* ແກ້ໄຂ: ແຖບຄວາມຄືບໜ້າບໍ່ເລີ່ມເຮັດວຽກພາຍໃນ query loops
* ແກ້ໄຂ: ການຕັ້ງຄ່າໄລຍະຫ່າງແບບຕົວເລກໃນລິ້ງເມນູຍ່ອຍຂອງ Adv Navigation
* ແກ້ໄຂ: Aria label ສຳລັບບລັອກຄົ້ນຫາ (Adv)
* ແກ້ໄຂ: ປັບປຸງການສະແດງຜົນຂອງຫົວຂໍ້ລິ້ງໃນສ່ວນຊ້ອນທັບຂອງ section
* ແກ້ໄຂ: ຫົວໜ່ວຍໄລຍະຫ່າງໃນແຖວຂອງບລັອກ Header ສາມາດໃຊ້ງານໄດ້ທັງໝົດ
* ແກ້ໄຂ: ບລັອກ Lottie ສະແດງຂໍ້ຜິດພາດ 404 ໃນ console ສຳລັບ Safari
* ແກ້ໄຂ: ບລັອກ Info Box ທີ່ມີການພິກຮູບພາບບໍ່ສະແດງລັດສະໝີເສັ້ນຂອບ
* ແກ້ໄຂ: ເງົາໂຟກັສໃນປຸ່ມ accordion






