WordPress.org

ການສຶກສາ

WordPress Credits

WordPress Credits

Guiding the next generation of contributors through hands-on learning.

About the program

WordPress Credits is a contribution-based program by the .WordPress Foundation that connects higher education students with the global open source community. It offers real-world experience with mentorship to help students fulfill academic requirements while contributing directly to WordPress.

ເປີດຕົວຮ່ວມກັບມະຫາວິທະຍາໄລ Pisa ແລະ ປະກາດໃນງານ WordCamp Europe 2025, ໂຄງການນີ້ພວມເຕີບໂຕຢ່າງຕໍ່ເນື່ອງ, ສົ່ງເສີມການຮ່ວມມືລະຫວ່າງນັກຮຽນ, ມະຫາວິທະຍາໄລ ແລະ ບໍລິສັດຕ່າງໆ ໃນທົ່ວລະບົບນິເວດຂອງ WordPress.

How it works

ໂດຍທົ່ວໄປແລ້ວ ໂຄງການຈະດຳເນີນໃນໄລຍະ 1 ພາກຮຽນ ແລະ ແບ່ງອອກເປັນ 3 ໄລຍະຫຼັກ:

  • ການເລີ່ມຕົ້ນ
  • ສະຫຼຸບຜົນ

ຜ່ານໂຄງການນີ້, ນັກຮຽນຈະໄດ້ຮ່ວມເຮັດວຽກກັບອາສາສະໝັກ ແລະ ນັກວິຊາຊີບຈາກບໍລິສັດຕ່າງໆໃນລະບົບນິເວດຂອງ WordPress.

ການເລີ່ມຕົ້ນ

ນັກຮຽນຈະໄດ້ຮັບການຝຶກອົບຮົມກ່ຽວກັບເຄື່ອງມືຂອງ WordPress, ວັດທະນະທຳຊຸມຊົນ ແລະ ການຮ່ວມມືແບບໂອເພັນຊອດ ພ້ອມທັງເຊື່ອມຕໍ່ກັບທີ່ປຶກສາ ແລະ ທີມງານທ້ອງຖິ່ນ.

ການເຮັດໂຄງການ

ນັກຮຽນພັດທະນາໂຄງການການມີສ່ວນຮ່ວມສ່ວນບຸກຄົນໃນດ້ານທີ່ສົນໃຈ ເຊັ່ນ ການແປ, ການສ້າງເນື້ອຫາ, ການຈັດກິດຈະກຳ, ການພັດທະນາລະບົບ ຫຼື ການອອກແບບ.

ສະຫຼຸບຜົນ

ນັກຮຽນນຳສະເໜີຜົນງານ, ແລກປ່ຽນຄວາມຄິດເຫັນ ແລະ ຊ່ວຍປັບປຸງໂຄງການສຳລັບຜູ້ເຂົ້າຮ່ວມໃນອະນາຄົດ.

  • ສ້າງໂຄງການ WordPress ຕົວຈິງ ແລະ ພັດທະນາທັກສະທີ່ນຳໃຊ້ໄດ້ຈິງ
  • ຮຽນຮູ້ຈາກທີ່ປຶກສາທີ່ມີປະສົບການ
  • ສ້າງຄວາມໝັ້ນໃຈຜ່ານການປະຕິບັດຕົວຈິງ
  • ເຊື່ອມຕໍ່ກັບຊຸມຊົນໂອເພັນຊອດລະດັບໂລກ
  • ນຳເອົາປະສົບການການຮຽນຮູ້ທີ່ມີຄວາມໝາຍມາສູ່ນັກຮຽນ
  • ແບ່ງປັນຄວາມຮູ້ ພ້ອມທັງເສີມສ້າງທັກສະຄວາມເປັນຜູ້ນຳຂອງຕົນເອງ
  • ເຊື່ອມຕໍ່ສະຖາບັນ ຫຼື ຊຸມຊົນຂອງທ່ານກັບລະບົບນິເວດ WordPress ລະດັບໂລກ
  • ເຂົ້າເຖິງໂຄງການການສຶກສາທີ່ສົມບູນ ແລະ ພ້ອມນຳໃຊ້ໄດ້ທັນທີໂດຍບໍ່ມີຄ່າໃຊ້ຈ່າຍ
  • ສາມາດລວມເອົາປະສົບການໂອເພັນຊອດຈາກໂລກຕົວຈິງເຂົ້າໃນຫຼັກສູດການຮຽນໄດ້ໂດຍກົງ
  • ເພີ່ມການມີສ່ວນຮ່ວມຂອງນັກຮຽນຜ່ານການເຮັດໂຄງການຕົວຈິງ
  • ໂອກາດສຳລັບຄູອາຈານທີ່ຈະໄດ້ຮັບການຝຶກອົບຮົມເພື່ອເປັນທີ່ປຶກສາໃນອະນາຄົດ, ເສີມສ້າງຄວາມສາມາດພາຍໃນສະຖາບັນ
  • ການເປັນພັນທະມິດຢ່າງເປັນທາງການກັບມູນນິທິ WordPress, ເຊິ່ງຈະຊ່ວຍຢັ້ງຢືນຄວາມມຸ່ງໝັ້ນຂອງສະຖາບັນຕໍ່ກັບການສຶກສາດີຈິຕອນທີ່ມີຄຸນນະພາບສູງ ແລະ ການຮ່ວມມືແບບໂອເພັນຊອດລະດັບໂລກ
  • ເພີ່ມການຮັບຮູ້ໃນຖານະບໍລິສັດທີ່ສະໜັບສະໜູນການສຶກສາແບບໂອເພັນຊອດ ແລະ ນັກວິຊາຊີບ WordPress ລຸ້ນໃໝ່
  • ເຊື່ອມຕໍ່ໂດຍກົງກັບນັກຮຽນທີ່ມີຄວາມມຸ່ງໝັ້ນ ເຊິ່ງຈະໄດ້ຮັບປະສົບການຕົວຈິງຜ່ານໂຄງການທີ່ມີການແນະນຳ
  • ເສີມສ້າງຊື່ສຽງໃນລະບົບນິເວດຂອງ WordPress ໃນຖານະຜູ້ສະໜັບສະໜູນການລິເລີ່ມຂອງຊຸມຊົນທີ່ມີຄຸນຄ່າ
  • ໂອກາດໃນການຮ່ວມມືກັບທີ່ປຶກສາ, ສະຖາບັນ ແລະ ຜູ້ປະກອບສ່ວນ ເພື່ອຜົນປະໂຫຍດຮ່ວມກັນໃນໄລຍະຍາວ

Universidad Fidélitas

Università di Pisa

Università di Pisa

Università di Pisa